ຟີລິບປິນລ່ວງເຂົ້າຫາດຕື້ນເຢິນອ້າຍຂອງຈີນ

2024-03-23 15:29:16 cri

ໂຄສົກກອງຕຳຫຼວດທະເລຈີນກ່າວວ່າ: ວັນທີ 23 ມີນານີ້, ຫຼັງຈາກຂົນສົ່ງເຄື່ອງຂອງຕ່າງໆໄປຫາດຕື້ນເຢິນອ້າຍໄດ້ພຽງ 18 ວັນ, ຟີລິບປິນກໍລະເມີດຄຳໝັ້ນສັນຍາຂອງຕົນ, ໄດ້ສົ່ງເຮືອຕຳຫຼວດທະເລ 2 ລຳ ແລະ ເຮືອຂົນສົ່ງ 1 ລຳລ່ວງເຂົ້າເຂດທະເລໃກ້ຫາດຕື້ນເຢິນອ້າຍຂອງຈີນ ໂດຍມີຈຸດປະສົງຈະຂົນສົ່ງວັດສະດຸກໍ່ສ້າງແນວຜິດປົກກະຕິເຂົ້າໄປ ແລະ ສວຍໂອກາດທ້າທາຍເກາະຜິດ, ຕັ້ງໃຈຈະທຳລາຍສັນຕິພາບ ແລະ ສະຖຽນລະພາບຢູ່ເຂດທະເລຈີນໃຕ້. ເຮືອຂົນສົ່ງຂອງຟີລິບປິນບໍ່ເອົາຫົວຊາຕໍ່ການກ່າວເຕືອນຫຼາຍເທື່ອ ແລະ ການຄວບຄຸມທາງເດີນເຮືອຂອງຝ່າຍຈີນ, ຍັງລ່ວງເຂົ້າໄປຢ່າງບັງອາດ. ເຈົ້າໜ້າທີ່ຕຳຫຼວດທະເລຈີນໄດ້ສະກັດກັ້ນ ແລະ ຂັບໄລ່ເຮືອຂອງຟີລິບປິນຕາມກົດໝາຍ ແລະ ລະບຽບທີ່ກ່ຽວຂ້ອງ ເຊິ່ງໄດ້ປະຕິບັດການຢ່າງສົມເຫດສົມຜົນ ແລະ ເປັນມືອາຊີບ. ຈີນເຕືອນຟີລິບປິນວ່າ: ຜູ້ໃດຫຼິ້ນໄຟ ຜູ້ນັ້ນຈະຖືກໄຟໄໝ້ຢ່າງແນ່ນອນ. ເຈົ້າໜ້າທີ່ຕຳຫຼວດທະເລຂອງຈີນຮັກສາສະຕິລະວັງຕົວຢູ່ທຸກເວລາ, ເດັດດ່ຽວປົກປ້ອງອະທິປະໄຕທາງດິນແດນແຫ່ງຊາດ ແລະ ສິດຜົນປະໂຫຍດທາງທະເລຂອງຕົນ.