ທ່ານສີຈິ້ນຜິງຢ້ຽມຢາມຖະໜົນເຫີເຈ່ນະຄອນສາງເຕີແຂວງຫູໜານ

2024-03-23 22:34:58 CRI



ສາງເຕີ ຕັ້ງຢູ່ພາກເໜືອແຂວງຫູໜານ, ທາງທິດຕາເວັນຕົກຂອງທະເລສາບຕົ້ງຖິງ, ເນື່ອງຈາກມີທີ່ຕັ້ງພູມສາດອັນສຳຄັນ, ສະນັ້ນ, ໃນປະຫວັດສາດໄດ້ຖືກເອີ້ນວ່າ “ຊຸມທາງສູ່ແຂວງເສສວນແລະກຸ້ຍໂຈ່ວ, ປະຕູສູ່ແຂວງຢູນນານແລະກຸ້ຍໂຈ່ວ”, ສາງເຕີ ມີປະຫວັດການສ້າງຕັ້ງຕົວເມືອງມາເປັນເວລາຫຼາຍກວ່າ 2.200 ປີແລ້ວ ເປັນບ່ອນລວມສູນປັນຍາຊົນແລະມໍລະດົກວັດທະນະທຳເປັນຈຳນວນຫຼວງຫຼາຍ.

 



ຕອນເຊົ້າວັນທີ19ມີນາ2024, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ຖະໜົນເຫີເຈ່ສາງເຕີທີ່ຕັ້ງຢູ່ແຄມແມ່ນ້ຳຊ່ວນຈື.

 



ຖະໜົນເຫີເຈ່ສາງເຕີ

ຖະໜົນເຫີເຈ່ສາງເຕີປະກອບດ້ວຍສາມເຂດຖະໜົນ ຄື: ຖະໜົນຕ້າເຫີ, ຖະໜົນສ້ຽວເຫີ ແລະຖະໜົນມ໋າຢາງ, ເຊິ່ງເຄີຍເປັນທ່ານ້ຳໃຫຍ່ທີ່ຈະເລີນຮຸ່ງເຮືອງໃນປະຫວັດສາດ. ໃນສະໄໝທ້າຍລາຊະວົງຊິ່ງເມື່ອຮ້ອຍປີກ່ອນ, ເທດສະບານເມືອງສາງເຕີທີ່ຖືຖະໜົນເຫີເຈ່ເປັນໃຈກາງ ແຕ່ລະປີມີມູນຄ່າການສົ່ງອອກແລະນຳເຂົ້າສິນຄ້າເປັນຈຳນວນຫຼວງຫຼາຍ, ນັກທຸລະກິດແຫ່ງຕ່າງໆໄດ້ສ້າງຕັ້ງສະພາການຄ້າຢູ່ສາງເຕີຫຼາຍກວ່າ15ແຫ່ງ, ນັກທຸລະກິດແມ່ນມາຈາກ10ກວ່າແຂວງໃນທົ່ວປະເທດຈີນ. ແຕ່ວ່າ ບັນດາສິ່ງກໍ່ສ້າງທີ່ສຳຄັນຢູ່ຖະໜົນເຫີເຈ່ແມ່ນຖືກທຳລາຍຍ້ອນແປວໄຟສົງຄາມຕໍ່ຕ້ານຟາຊິດຍີ່ປຸ່ນ.

 

ປີ2016, ນະຄອນສາງເຕີໄດ້ຟື້ນຟູໂສມໜ້າຂອງຖະໜົນເຫີເຈ່ເກົ່າໃຫ້ເໝືອນເດີມ, ໂດຍໄດ້ສ້າງຖະໜົນເຫີເຈ່ສາງເຕີໃຫ້ມີຮູບແບບດັ້ງເດີມໃນເມື່ອກ່ອນ, ມີຄວາມຍາວ1500ແມັດ, ກວມເນື້ອທີ່ທັງໝົດ133.000 ຕາແມັດ. ມໍລະດົກວັດທະນະທຳນາມມະທຳດັ້ງເດີມເຊັ່ນ: ງີ້ວກ່າວຊ່ຽງ, ງີ້ວສາງເຕີ ກໍຄືອາຫານພື້ນເມືອງສາງເຕີແລະອື່ນໆໄດ້ປາກົດຕົວຂຶ້ນໃນຖະໜົນເກົ່າທີ່ຟື້ນຊີບຄືນໃໝ່ ເປັນການກະຕຸ້ນໃຫ້ຄວາມຊົງຈຳທາງປະຫວັດສາດທີ່ຫຼັບໄຫຼ ແລະຄວາມຊົງຈຳຕໍ່ບ້ານເກີດເມືອງນອນຂອງຜູ້ຄົນທັງຫຼາຍໄດ້ຟື້ນຟູຄືນມາ.

 



ງີ້ວກ່າວຊ່ຽງສາງເຕີ

ສາງເຕີຕັ້ງຢູ່ເຂດລ່ອງແມ່ນ້ຳຢວນຈ່ຽງ-ແມ່ນ້ຳຫຼີ້ສຸ້ຍ ແລະຢູ່ແຄມທະເລສາບຕົ້ງຖິງ, ເປັນເມືອງເກົ່າທີ່ມີຊື່ສຽງໃນປະຫວັດສາດ ທັງເປັນເມືອງແຄມນ້ຳທີ່ມີຊື່ສຽງອີກດ້ວຍ.

 

ໃນເວລາສຳຫຼວດກວດກາວຽກງານຢູ່ຖະໜົນເຫີເຈ່ສາງເຕີເມື່ອຕອນເຊົ້າວັນທີ19ມີນາ2024, ທ່ານສີຈິ້ນຜິງຍັງໄດ້ລົງເລິກຮັບຮູ້ສະພາບການປັບປຸງສິ່ງແວດລ້ອມທາງນ້ຳແບບສັງລວມຂອງຕົວເມືອງແຫ່ງນີ້.

 

ຊຸມປີ1980, ສາງເຕີພັດທະນາໄປຢ່າງວ່ອງໄວ ແຕ່ຊ້ຳພັດເຮັດໃຫ້ຄຸນນະພາບຂອງແມ່ນ້ຳຊ່ວນຈືທີ່ໄຫຼຜ່ານຕົວເມືອງນັ້ນເສື່ອມໂຊມລົງ, ດິນຕົມອຸດຕັນລຳນ້ຳ. ເພື່ອແກ້ໄຂມົນລະພິດ ຂອງແມ່ນ້ຳຊ່ວນຈື, ນະຄອນສາງເຕີໄດ້ນຳໜ້າກ່ອນໝູ່ປະຕິບັດແນວຄິດປັບປຸງແມ່ນ້ຳ, ໂດຍໄດ້ສ້າງຕັ້ງລະບົບກັກເກັບນ້ຳຝົນໃນຕົວເມືອງ ພ້ອມທັງກາຍເປັນຕົວເມືອງຈຸດສຸມທົດລອງກໍ່ສ້າງ “ຕົວເມືອງຟອງນ້ຳ” ງວດທຳອິດຂອງທົ່ວປະເທດຈີນ.

 



ທ່າເຮືອທ່ອງທ່ຽວແມ່ນ້ຳຊ່ວນຈື

ຜ່ານການປັບປຸງແບບສັງລວມມາເປັນເວລາເກືອບ10ປີ, ຄຸນນະພາບນ້ຳຂອງແມ່ນ້ຳຊ່ວນຈືໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງຫຼວງຫຼາຍ. ທຸກມື້ນີ້, ແລວທິວທັດຢູ່ແຄມແມ່ນ້ຳໄດ້ກາຍເປັນສະຖານທີ່ພັກຜ່ອນຢ່ອນອາລົມທີ່ດີສຳລັບຊາວເມືອງທັງຫຼາຍ.

 

ຢູ່ຖະໜົນເຫີເຈ່ສາງເຕີ, ທ່ານສີຈິ້ນຜິງໄດ້ລົງເລິກຮັບຮູ້ສະພາບການກ່ຽວກັບການຟື້ນຟູແລະນຳໃຊ້ເຂດຖະໜົນວັດທະນະທຳປະຫວັດສາດແລະອື່ນໆ.

 

ເຂດຖະໜົນວັດທະນະທຳປະຫວັດສາດ ແມ່ນຢູ່ໃນວາລະການເດີນທາງໄປສຳຫຼວດກວດກາວຽກງານຢູ່ພາຍໃນປະເທດຫຼາຍຄັ້ງໃນຊຸມປີຜ່ານມານີ້. ສະເພາະນັບແຕ່ເດືອນກໍລະກົດປີ2023ເປັນຕົ້ນມາເທົ່ານັ້ນ, ທ່ານສີຈິ້ນຜິງແມ່ນໄດ້ໄປເຂດຖະໜົນວັດທະນະທຳປະຫວັດສາດຜິງຈ່ຽງ ນະຄອນຊູໂຈ່ວ, ເຂດຖະໜົນວັດທະນະທຳປະຫວັດສາດຖາວຢາງຫຼີນະຄອນຈິງເຕີເຈີ້ນ ແລະຖະໜົນວັດທະນະທຳບູຮານກຳແພງນະຄອນທຽນສິນຕາມລຳດັບ.

 

ກ່ອນໜ້ານັ້ນ, ເພິ່ນຍັງເຄີຍໄປສຳຫຼວດກວດກາວຽກງານຢູ່ຖະໜົນຄົນຍ່າງປູເຢ້ເສີງຕ້າຖັງນະຄອນຊີ່ອ່ານ, ເມືອງບູຮານເຕ້ຈິວແຂວງກວາງຕຸ້ງ, ເຂດຖະໜົນວັດທະນະທຳປະຫວັດສາດຮ່ອມຊ່ານຝາງຊີ່ຊ້ຽງນະຄອນຟູໂຈ່ວ, ເມືອງບູຮານຜິງຢາວແຂວງຊ່ານຊີ່ ແລະອື່ນໆ.

 

ເມື່ອ10ປີກ່ອນ, ໃນໄລຍະທີ່ສຳຫຼວດກວດກາວຽກງານຢູ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງໄດ້ຊີ້ໃຫ້ເຫັນວ່າ: ວັດທະນະທຳປະຫວັດສາດຄືມິ່ງຂວັນຂອງຕົວເມືອງ, ຄວນປົກປັກຮັກສາມໍລະດົກວັດທະນະທຳປະຫວັດສາດຄືກັບການຖະໜອມຫອມຮັກຊີວິດຂອງຕົນ.

 

 ປີ2021,ໃນໄລຍະທີ່ສຳຫຼວດກວດກາວຽກງານຢູ່ນະຄອນຟູໂຈ່ວແຂວງຟູຈ້ຽນ, ທ່ານສີຈິ້ນຜິງໄດ້ເນັ້ນໜັກວ່າ: ຄວນມີຄວາມຖະໜອມຫອມຮັກແລະຄວາມເຄົາລົບນັບຖືຕໍ່ສະຖາປັດຕະຍະກຳບູຮານ, ເຮືອນເກົ່າແກ່ແລະເຂດຖະໜົນເກົ່າ. ເພິ່ນກ່າວວ່າ: “ການອະນຸລັກຮັກສາເຂດຖະໜົນດັ້ງເດີມໃຫ້ດີ, ອະນຸລັກຮັກສາສະຖາປັດຕະຍະກຳບູຮານໃຫ້ດີ, ອະນຸລັກຮັກສາວັດຖຸບູຮານໃຫ້ດີ ກໍແມ່ນການຮັກສາປະຫວັດສາດແລະມູນເຊື້ອວັດທະນະທຳຂອງຕົວເມືອງໄວ້ໄດ້ແລ້ວ.”

 

ຢູ່ເມືອງບູຮານຜິງຢາວແຂວງຊ່ານຊີ່, ທ່ານສີຈິ້ນຜິງໄດ້ເນັ້ນໜັກໃຫ້ຕ້ອງເຄົາລົບຢຳເກງປະຫວັດສາດ, ເຄົາລົບຢຳເກງວັດທະນະທຳແລະເຄົາລົບຢຳເກງນິເວດ.

 


ຖະໜົນເຫີເຈ່ສາງເຕີ

“ເຄົາລົບຢຳເກງ”, “ຖະໜອມຫອມຮັກ” “ເຄົາລົບນັບຖື”,  ທ່ານສີຈິ້ນຜິງບໍ່ພຽງແຕ່ໝູນໃຊ້ຄຳສັບເຫຼົ່ານີ້ເພື່ອສະແດງເຖິງການໃຫ້ຄວາມສຳຄັນຕໍ່ວັດທະນະທຳປະຫວັດສາດເທົ່ານັ້ນ, ເພິ່ນຍັງໄດ້ລົງເຄື່ອນໄຫວຊີ້ນຳຕົວຈິງວ່າ ຄວນອະນຸລັກຮັກສາ,ສືບທອດແລະນຳໃຊ້ວັດທະນະທຳປະຫວັດສາດໃຫ້ເກີດມີປະສິດທິຜົນຄືແນວໃດ.

 

ເດືອນກໍລະກົດປີ2023, ໃນເວລາສຳຫຼວດກວດກາວຽກງານຢູ່ນະຄອນຊູໂຈ່ວແຂວງຈ່ຽງຊູ, ທ່ານສີຈິ້ນຜິງກ່າວວ່າ: ເຂດຖະໜົນວັດທະນະທຳປະຫວັດສາດຜິງຈ່ຽງເປັນຊັບສົມບັດອັນປະເສີດໃນການສືບທອດແລະເສີມຂະຫຍາຍວັດທະນະທຳຈີນທີ່ມີມູນເຊື້ອອັນດີງາມ ແລະການເພີ່ມທະວີການສ້າງຄວາມສິວິໄລດ້ານຈິດໃຈສັງຄົມນິຍົມ, ຕ້ອງອະນຸລັກຮັກສາໃຫ້ດີ, ຂຸດຄົ້ນຄຸນຄ່າໃຫ້ດີ ແລະນຳໃຊ້ໃຫ້ເກີດມີປະສິດທິຜົນ, ບໍ່ພຽງແຕ່ຕ້ອງສືບທອດໃນດ້ານວັດຖຸໃຫ້ດີເທົ່ານັ້ນ, ຍິ່ງຕ້ອງສືບທອດຢູ່ໃນຈິດໃຈໃຫ້ດີຕື່ມອີກ.

 

ເດືອນກຸມພາປີ2024ນີ້, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ກຳແພງນະຄອນທຽນສິນ, ເພິ່ນກ່າວວ່າ: ອົບຮົມບົ່ມສອນຄົນດ້ວຍວັດທະນະທຳ, ສ້າງຜົນປະໂຫຍດໃຫ້ປະຊາຊົນດ້ວຍວັດທະນະທຳ, ເສີມຂະຫຍາຍຄຸນຄ່າໃຫ້ກັບຕົວເມືອງດ້ວຍວັດທະນະທຳແລະພັດທະນາອຸດສາຫະກຳດ້ວຍວັດທະນະທຳ ເພື່ອສ່ອງແສງເອກະລັກດ້ານວັດທະນະທຳແລະບຸກຄະລິກດ້ານຈິດໃຈຂອງຕົວເມືອງ ເຊິ່ງເປັນຈຸດປະສົງຂອງການສືບທອດແລະພັດທະນາວັດທະນະທຳຂອງຕົວເມືອງ, ບຳລຸງສ້າງຄວາມສີວິໄລຂອງຕົວເມືອງ.

 


ຊາເຫຼີຍສາງເຕີ

ຮັກສາມູນເຊື້ອວັດທະນະທຳໃຫ້ໄດ້, ຮັກສາມິ່ງຂວັນຂອງຊົນຊາດໃຫ້ໄດ້. ຄວາມທັນສະໄໝແບບຈີນແມ່ນບໍ່ສາມາດປັດສະຈາກການສືບທອດແລະເສີມຂະຫຍາຍວັດທະນະທຳທີ່ມີມູນເຊື້ອອັນດີງາມ.

 



ນະຄອນສາງເຕີ

ນັບມາຮອດເດືອນຕຸລາປີ2023ຜ່ານມາ, ທົ່ວປະເທດຈີນມີເມືອງວັດທະນະທຳປະຫວັດສາດທີ່ມີຊື່ສຽງລະດັບຊາດລວມທັງໝົດ 142 ແຫ່ງ, ໄດ້ກຳນົດເຂດອະນຸລັກຖະໜົນວັດທະນະທຳປະຫວັດສາດ 1.200 ກວ່າແຫ່ງ. ພັດທະນາວຽກງານອະນຸລັກແລະນຳໃຊ້ໃຫ້ເກີດມີປະສິດທິຜົນ, ເຮັດໃຫ້ເຂດຖະໜົນວັດທະນະທຳປະຫວັດສາດເຫຼົ່ານີ້ມີເອກະລັກປະສົມປະສານປັດໄຈດັ້ງເດີມແລະຄວາມທັນສະໄໝໃຫ້ເຊື່ອມໂຍງເຂົ້າກັນ, ເຂດຖະໜົນວັດທະນະທຳປະຫວັດສາດກຳລັງເປັ່ງປະກາຍແສງສະຫວ່າງທີ່ສະຫງ່າງາມໃນການກໍ່ສ້າງຕົວເມືອງໃຫຍ່ທີ່ທັນສະໄໝ.