ຄວາມໝັ້ນຄົງດ້ານສະບຽງອາຫານຄືສິ່ງສຳຄັນຂອງຊາດ

2024-03-23 12:43:57 CRI



ເດືອນມີນາ ພໍດີກົງກັບເວລາອັນສຳຄັນແຫ່ງການກະກຽມປູກຝັງໃນລະດູໃບໄມ້ປົ່ງ. ຕອນບ່າຍວັນທີ19 ມີນາ 2024ນີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ເດີນທາງໄປບ້ານກາງຈົ່ງຜິງຕາແສງເຊ້ເຈ່ຍພູ້ເມືອງຕິງເສີງ ນະຄອນສາງເຕີ ເພື່ອຮັບຮູ້ສະພາບການກະກຽມປູກຝັງໃນຍາມລະດູໄມ້ປົ່ງຂອງບ້ານດັ່ງກ່າວ.

 

ທ່ານສີຈິ້ນຜິງເນັ້ນໜັກວ່າ, ການເຮັດວຽກກະກຽມປູກຝັງໃນລະດູໃບໄມ້ປົ່ງໃຫ້ດີແມ່ນມີຄວາມສຳຄັນທີ່ສຸດຕໍ່ການຮັບປະກັນຜົນເກັບກ່ຽວອັນອຸດົມສົມບູນແລະຄວາມໝັ້ນຄົງດ້ານສະບຽງອາຫານ.

 


ສວນຜັກກາດນ້ຳມັນບ້ານກາງຈົ່ງຜິງ

 

ເດືອນມີນາປີ2020, ໃນເວລາລົງເຄື່ອນໄຫວສຳຫຼວດກວດກາວຽກງານຢູ່ບ້ານຢວີຊຸ່ນເມືອງອ່ານຈີແຂວງເຈີ້ຈ່ຽງ, ທ່ານສີຈິ້ນຜິງໄດ້ກວດເບິ່ງສະພາບການເຕີບໂຕຂອງພືດພັນທັນຍາຫານ ພ້ອມທັງໂອ້ລົມສົນທະນາກັບຊາວບ້ານແລະສອບຖາມສະພາບການກະກຽມປູກຝັງຍາມລະດູໃບໄມ້ປົ່ງ.

 

ເດືອນເມສາແລະເດືອນມິຖຸນາປີ2022, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ຫ້ອງທົດລອງແນວພັນພືດຢາໂຈ່ວນະຄອນຊ່ານຢ້າແຂວງໄຫຫຼຳ ແລະຖານການທົດລອງເຕັກນິກໃໝ່ແນວພັນເຂົ້າໃໝ່ ແຂວງເສສວນຕາມລຳດັບໂດຍເນັ້ນໜັກວ່າ: “ນຳໃຊ້ແນວພັນຂອງຈີນຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານຂອງຈີນ” “ສ້າງ ‘ອູ່ເຂົ້າເສສວນ’ ທີ່ມີລະດັບສູງກວ່າເກົ່າໃນຍຸກໃໝ່.”

  

 ບໍ່ວ່າຈະເປັນການຢ້ຽມຢາມຫ້ອງທົດລອງ ຫຼືລົງເຄື່ອນໄຫວເຮັດວຽກຢູ່ຕາມທົ່ງໄຮ່ທົ່ງນາ, ສິ່ງທີ່ທ່ານສີຈິ້ນຜິງໄດ້ເອົາໃຈໃສ່ຢ່າງສະເໝີຕົ້ນສະເໝີປາຍນັ້ນແມ່ນ ຄວາມໝັ້ນຄົງດ້ານສະບຽງອາຫານ ເຊິ່ງເປັນສິ່ງສຳຄັນຂອງຊາດ.

 



ທົ່ງນາບ້ານກາງຈົ່ງຜິງ

ເດືອນທັນວາປີ2023, ເນື່ອງໃນໂອກາດເປີດກອງປະຊຸມວຽກງານຊົນນະບົດຂັ້ນສູນກາງ, ທ່ານສີຈິ້ນຜິງໄດ້ໃຫ້ຄຳຊີ້ນຳສຳຄັນຕໍ່ວຽກງານກະສິກຳ,ຊົນນະບົດແລະຊາວກະສິກອນໂດຍເນັ້ນໜັກໃຫ້ຈັດຕັ້ງປະຕິບັດລະບຽບການທີ່ພັກ-ລັດມີຄວາມຮັບຜິດຊອບອັນດຽວກັນຕໍ່ຄວາມໝັ້ນຄົງດ້ານສະບຽງອາຫານຢ່າງຮອບດ້ານ, ຍຶດໝັ້ນເພີ່ມຄວາມເຂັ້ມແຂງໃນການຮັກສາເນື້ອ ທີ່ດິນປູກຝັງໃຫ້ໝັ້ນທ່ຽງແລະເພີ່ມສະມັດຖະພາບສູງໄປຄຽງຄູ່ກັນ.

ເອກະສານກ່ຽວກັບວຽກງານກະສິກຳຄືເອກະສານເລກໜຶ່ງຂອງສູນກາງປີ2024ນີ້ ໄດ້ກຳນົດແຜນງານ6ດ້ານ, ໃນນັ້ນ, ວຽກງານອັນດັບໜຶ່ງແມ່ນຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານຂອງຊາດ ແລະຍັງໄດ້ລະບຸຢ່າງຊັດເຈນໂດຍຮຽກຮ້ອງການຮັບປະກັນຜົນຜະລິດທັນຍາຫານໃຫ້ຮັກສາຢູ່ໃນລະດັບຫຼາຍກວ່າ650ລ້ານໂຕນ.

 


ທົ່ງນາບ້ານກາງຈົ່ງຜິງ

ການແກ້ໄຂບັນຫາອາຫານການກິນເປັນວຽກງານສຳຄັນອັນດັບໜຶ່ງໃນການບໍລິຫານປະເທດຢ່າງສະເໝີຕົ້ນສະເໝີປາຍ, ດັ່ງທີ່ທ່ານສີຈິ້ນຜິງເວົ້າວ່າ: ຍິ່ງປະເຊີນໜ້າກັບຄວາມສ່ຽງແລະສິ່ງທ້າທາຍ ຍິ່ງຕ້ອງຮັກສາຄວາມໝັ້ນຄົງດ້ານກະສິກຳ, ຍິ່ງຕ້ອງຮັບປະກັນຄວາມໝັ້ນຄົງດ້ານທັນຍາຫານແລະອາຫານສຳຮອງທີ່ສຳຄັນ.