“ຄວາມເຫັນທີ່ເປັນເອກະພາບກັນກ່ຽວກັບປະຊາທິປະໄຕ” ທີ່ຕົກລົງກັນຢູ່ນະຄອນຫຼວງປັກກິ່ງໄດ້ບັນຍາຍບັນຫາພື້ນຖານຢ່າງຈະແຈ້ງ

2024-03-23 15:31:07 cri

ຫວ່າງມໍ່ໆມານີ້, ໃນກອງປະຊຸມເວທີເປິກສາຫາລືສາກົນທີ່ພາດຫົວຂໍ້ “ປະຊາທິປະໄຕ: ຄ່ານິຍົມຮ່ວມຂອງມວນມະນຸດ” ຄັ້ງທີ 3 ທີ່ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ, ແຂກຜູ້ມີກຽດ 200 ກວ່າທ່ານຈາກຫຼາຍປະເທດ, ເຂດແຄວ້ນ ແລະ ອົງການຈັດຕັ້ງສາກົນໄດ້ລົງເລິກເປິກສາຫາລືກັນ ໂດຍປິ່ນອ້ອມຫົວຂໍ້ຈຸດສຸມຕ່າງໆ ເຊັ່ນ: ປະຊາທິປະໄຕກັບການປົກຄອງແບບທັນສະໄໝ, ປັນຍາປະດິດກັບອະນາຄົດຂອງປະຊາທິປະໄຕ, ປະຊາທິປະໄຕໃນໂລກຫຼາຍຂົ້ວກັບການບໍລິຫານທົ່ວໂລກ ແລະອື່ນໆ. ຄວາມເຫັນທີ່ເປັນເອກະພາບກັນຂອງແຂກຜູ້ມີກຽດທັງຫຼາຍແມ່ນ: ຈຸດປະສົງຂອງປະຊາທິປະໄຕແມ່ນຮັບປະກັນ ແລະ ເພີ່ມຄວາມຜາສຸກໃຫ້ແກ່ມວນມະນຸດ, ຕ້ອງເຄົາລົບສິດຂອງປະຊາຊົນບັນດາປະເທດ ໃນການຄັດເລືອກເສັ້ນທາງພັດທະນາດ້ວຍຕົນເອງ, ຄັດຄ້ານການກໍ່ຄວາມແບ່ງແຍກ, ເຜີຍແຜ່ຄວາມເຫັນທີ່ລຳອຽງ ແລະ ທຳລາຍສັນຕິພາບຢູ່ປະຊາຄົມໂລກໃນນາມປະຊາທິປະໄຕ.


ເກືອບເປັນເວລາດຽວກັນ, “ກອງປະຊຸມສຸດຍອດວ່າດ້ວຍປະຊາທິປະໄຕ” ຄັ້ງທີ 3 ທີ່ອາເມຣິກາມອບໝາຍໃຫ້ ສ.ເກົາຫຼີເປັນເຈົ້າພາບຈັດຂຶ້ນນັ້ນ ພັດປະສົບຄວາມຫຼົ້ມເຫຼວ. ຈາກການຈັດຄັ້ງທຳອິດດ້ວຍທ່ວງທຳນອງສູງ ເຖິງການຈັດຄັ້ງທີ 3 ທີ່ຂາດຄວາມສົນໃຈ, ອາເມຣິກາວາງແຜນດຳເນີນອັນທີ່ເອີ້ນວ່າ “ກອງປະຊຸມສຸດຍອດວ່າດ້ວຍປະຊາທິປະໄຕ” ນີ້ ພໍດີໄດ້ສ່ອງແສງໃຫ້ເຫັນເຖິງການເສຍຄວາມໜ້າເຊື່ອຖືຂອງປະຊາທິປະໄຕແບບອາເມຣິການັ້ນເອງ.

ໃນຊຸມປີຜ່ານມາ, ອາເມຣິກາທີ່ຍ້ອງຕົນເອງເປັນ “ທວນໄຟເຍືອງທາງປະຊາທິປະໄຕ” ໄດ້ເກີດຄວາມວຸ້ນວາຍດ້ານປະຊາທິປະໄຕເລື້ອຍໆ. ຢູ່ພາຍໃນປະເທດອາເມຣິກາ, ກຸ່ມຄົນເຊື້ອຊາດສ່ວນໜ້ອຍຖືກກົດໜ່ວງ, ສິດເລືອກຕັ້ງປະຊາທິປະໄຕຖືກນາຍທຶນ ແລະ ນັກການເມືອງບັງຄັບນາບຂູ່, “ເຫດການຈະລາຈົນທີ່ເກີດຂຶ້ນຢູ່ຫໍລັດຖະສະພາອາເມຣິກາ” ສະເທືອນທົ່ວໂລກ. ຢູ່ຕ່າງປະເທດ, ອາເມຣິກາໄດ້ແຊກແຊງວຽກງານພາຍໃນຂອງປະເທດອື່ນ ແລະ ຍຸຍົງການເປັນປໍລະປັກກັນດ້ວຍຂໍ້ອ້າງປະຊາທິປະໄຕ. ປະຊາທິປະໄຕແບບຈອມປອມ ແລະ ເປັນເຈົ້າອຳນາດແທ້ຈິງແບບນີ້ ໄດ້ນຳເອົາການປະທະກັນ ແລະ ເສິກສົງຄາມມາໃຫ້ແກ່ໂລກ.


“ຄວາມເຫັນທີ່ເປັນເອກະພາບກັນດ້ານປະຊາທິປະໄຕ” ທີ່ມາຈາກນະຄອນຫຼວງປັກກິ່ງ ໄດ້ສ້າງຄວາມບັນດານໃຈອັນໃໝ່ໃຫ້ແກ່ປະຊາຄົມໂລກ ໃນການຮັບຮູ້ແລະເຂົ້າໃຈປະຊາທິປະໄຕໄດ້ດີກວ່າເກົ່າ. ນີ້ກໍເປັນການເຕືອນຕໍ່ຄົນທັງຫຼາຍວ່າ, ຖ້າມີຄວາມເຂົ້າໃຈຕ່າງກັນຕໍ່ປະຊາທິປະໄຕ, ສາມາດດຳເນີນການສົນທະນາ ແລະ ແລກປ່ຽນກັນ.