ໂຄສົກກະຊວງການຕ່າງປະເທດຈີນກ່າວປະນາມຢ່າງຮຸນແຮງຕໍ່ເຫດການກໍ່ການຮ້າຍຢ່າງຮ້າຍແຮງຢູ່ຣັດເຊຍ

2024-03-24 12:21:53 cri

ໃນກອງປະຊຸມຖະແຫຼງຂ່າວທີ່ກະຊວງການຕ່າງປະເທດຈີນຈັດຂຶ້ນເມື່ອວັນທີ23ມີນານີ້, ມີນັກຂ່າວຖາມວ່າ: ຕອນຄ່ຳວັນທີ22ມີນານີ້, ຢູ່ໂຮງດົນຕີແຫ່ງໜຶ່ງໃນລັດມົດສະກູປະເທດຣັດເຊຍໄດ້ເກີດເຫດການຫຼອນໂຈມຕີແບບກໍ່ການຮ້າຍ ເຮັດໃຫ້ມີຜູ້ເສຍຊີວິດແລະບາດເຈັບເປັນຈຳນວນຫຼວງຫຼາຍ. ລັດຖະບານຈີນມີຄວາມເຫັນຄືແນວໃດຕໍ່ເຫດການນີ້.


ໂຄສົກກະຊວງການຕ່າງປະເທດຈີນກ່າວຢືນຢັນວ່າ: ຈີນຮູ້ສຶກຕື່ນຕົກໃຈທີ່ສຸດຕໍ່ເຫດການທີ່ລັດມົດສະກູຣັດເຊຍເກີດເຫດການຫຼອນໂຈມຕີແບບກໍ່ການຮ້າຍຢ່າງຮ້າຍແຮງເຮັດໃຫ້ມີຜູ້ເສຍຊີວິດແລະບາດເຈັບເປັນຈຳນວນຫຼວງຫຼາຍ ແລະສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງຕໍ່ຜູ້ເສຍຊີວິດ, ສະແດງຄວາມເຫັນອົກເຫັນໃຈຢ່າງຈິງໃຈຕໍ່ຜູ້ບາດເຈັບແລະຄອບຄົວຜູ້ເສຍຊີວິດ. ຈີນຄັດຄ້ານລັດທິກໍ່ການຮ້າຍທຸກຮູບແບບ, ກ່າວປະນາມຢ່າງຮຸນແຮງຕໍ່ການກໍ່ການຮ້າຍ, ເດັດດ່ຽວສະໜັບສະໜູນຄວາມພະຍາຍາມຂອງລັດຖະບານຣັດເຊຍເພື່ອປົກປັກຮັກສາຄວາມໝັ້ນຄົງແລະສະຖຽນລະພາບຂອງຊາດ.