ທ່ານ ສີຈິ້ນຜິງ ເນັ້ນໜັກໃຫ້ແຂວງຫູໜານຕ້ອງຍຶດໝັ້ນການປະຕິຮູບ ແລະ ປະດິດສ້າງເຮັດແທ້ທໍາຈິງເພື່ອຂຽນປະຫວັດສາດໜ້າໃໝ່ແຫ່ງຄວາມທັນສະໄໝແບບຈີນຂອງແຂວງຫູໜານ

2024-03-24 11:54:30 CRI

 

   ຫວ່າງມໍ່ໆມານີ້, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກໍາມະການການທະຫານສູນກາງຈີນ ໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ສະຖານທີ່ຕ່າງໆຂອງນະຄອນສາງຊ່າ ແລະ ນະຄອນສາງເຕີ ແຂວງຫູໜານເຊັ່ນ: ສະຖາບັນການສຶກສາ, ວິສາຫະກິດ, ເຂດຖະໜົນວັດທະນະທໍາປະຫວັດສາດ, ຊົນນະບົດ ແລະອື່ນໆ. ຕອນເຊົ້າວັນທີ 21 ມີນານີ້, ພາຍຫຼັງທ່ານ ສີຈິ້ນຜິງ ໄດ້ຮັບຟັງການລາຍງານວຽກງານຈາກຄະນະພັກ ແລະ ອົງການປົກຄອງແຂວງຫູໜານແລ້ວ, ເພິ່ນໄດ້ຕີລາຄາສູງຕໍ່ຜົນສໍາເລັດວຽກງານຕ່າງໆຂອງແຂວງຫູໜານ.



   ໃນໂອກາດນີ້, ທ່ານ ສີຈິ້ນຜິງ ກ່າວເນັ້ນໜັກວ່າ: ແຂວງຫູໜານຕ້ອງກໍາແໜ້ນທີ່ຕັ້ງຍຸດທະສາດຂອງຕົນໃນການສ້າງສະພາບການພັດທະນາແບບໃໝ່, ຍຶດໝັ້ນຫຼັກການພື້ນຖານລວມແຫ່ງການເຮັດວຽກແບບສະແຫວງຫາຄວາມຄືບໜ້າທ່າມກາງຄວາມໝັ້ນທ່ຽງ, ຍຶດໝັ້ນການພັດທະນາດ້ວຍຄຸນນະພາບສູງຢ່າງບໍ່ຫວັ່ນໄຫວຄອນແຄນ, ຍຶດໝັ້ນການປະຕິຮູບ ແລະ ປະດິດສ້າງ, ເຮັດແທ້ທໍາຈິງເພື່ອອອກ ແຮງສ້າງເປັນຈຸດສູງແຫ່ງອຸດສາຫະກໍາການຜະລິດທັນສະໄໝອັນສໍາຄັນຂອງຊາດ, ຈຸດສູງແຫ່ງການປະດິດສ້າງດ້ານວິທະຍາສາດເຕັກໂນໂລຊີທີ່ມີຄວາມສາມາດແຂ່ງຂັນແກນກາງ ກໍຄືຈຸດສູງແຫ່ງການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຂອງເຂດໃນແຜ່ນດິນໃຫຍ່ຈີນຢ່າງຕໍ່ເນື່ອງ, ບຸກບືນສູ້ຊົນໃນການຊຸກຍູ້ເຂດພາກກາງພັດທະນາຈະເລີນກ້າວໜ້າກໍຄືການພັດທະນາແລວເສດຖະກິດແມ່ນໍ້າຢາງຊີກຽງ ເພື່ອຂຽນປະຫວັດສາດໜ້າໃໝ່ແຫ່ງຄວາມທັນສະໄໝແບບຈີນຂອງແຂວງຫູໜານ.