ໄຂກອງປະຊຸມເວທີເປິກສາຫາລືລະດັບສູງກ່ຽວກັບການພັດທະນາຈີນ 2024

2024-03-24 16:07:38 cri


ຕອນເຊົ້າວັນທີ 24 ມີນານີ້, ກອງປະຊຸມເວທີເປິກສາຫາລືລະດັບສູງກ່ຽວກັບການພັດທະນາຈີນ 2024 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງຂອງຈີນ, ກອງປະຊຸມປີນີ້ຈະດຳເນີນເປັນເວລາ 2 ວັນ, ພາຍໃຕ້ຫົວຂໍ້ “ປະເທດຈີນທີ່ພັດທະນາແບບຍືນຍົງ.”

ຜູ້ຮັບຜິດຊອບທີ່ມາຈາກອົງການຈັດຕັ້ງສາກົນສຳຄັນ ແລະ 500 ວິສາຫະກິດສຸດຍອດຂອງໂລກ, ກໍຄືນັກວິຊາການທີ່ມີຊື່ສຽງໃນສາກົນຫຼາຍທ່ານຈະດຳເນີນການເປິກສາຫາລື ແລະ ແລກປ່ຽນກັນໂດຍປິ່ນອ້ອມຫຼາຍຫົວຂໍ້ເຊັ່ນ: ການພັດທະນາແບບຍືນຍົງຂອງຈີນ ແລະ ອື່ນໆ.