ພົບກັບທ່ານສີຈິ້ນຜິງ|ພວກເຮົາລ້ວນແຕ່ມັກກິລາຫຼາຍ ແລະ ໄດ້ຜູກມິດກັນຍ້ອນງານກິລາໂອລິມປິກ

2024-03-24 09:28:53 CRI


       ສົມເດັດ ອາເບີດ ລາຊະການທີ Ⅱ ຂອງໂມນາໂກເປັນເພື່ອນມິດເກົ່າຂອງທ່ານ ສີຈິ້ນຜິງ ປະທານປະເທດຈີນ. ກ່ອນໜ້ານີ້ 5 ປີຄືວັນທີ 24 ມີນາ 2019, ທ່ານ ສີຈິ້ນຜິງ ໄດ້ເດີນທາງໄປຢ້ຽມຢາມໂມນາໂກ. ເພິ່ນເປັນຜູ້ນໍາສູງສຸດຂອງຈີນຄົນທໍາອິດທີ່ໄປຢ້ຽມຢາມໂມນາໂກໃນຮອບ 70 ກວ່າປີຜ່ານມາ.

       ສົມເດັດ ອາເບີດ ລາຊະການທີ Ⅱ ກ່າວວ່າ: ສິ່ງນີ້ເຮັດໃຫ້ຂ້າພະເຈົ້າຮູ້ສຶກປິຕິຊົມຊື່ນເປັນຢ່າງຍິ່ງ, ນີ້ເປັນເທື່ອທໍາອິດທີ່ປະມຸກລັດຂອງປະເທດໃຫຍ່ກໍຄືໜຶ່ງໃນປະເທດເຂັ້ມແຂງທີ່ສຸດຢູ່ໃນໂລກຢ້ຽມຢາມໂມນາໂກ.

       ໃນສາຍຕາຂອງ ສົມເດັດ ອາເບີດ ລາຊະການທີ Ⅱ ແລ້ວ, ທ່ານ ສີຈິ້ນຜິງ ເຂົ້າໃຈຄວາມໝາຍອັນສໍາຄັນຂອງກິລາເປັນຢ່າງດີ. ເນື່ອງຈາກວ່າເພິ່ນບໍ່ພຽງແຕ່ສະໜັບສະໜູນນະຄອນຫຼວງປັກກິ່ງເປັນເຈົ້າພາບຈັດງານກິລາໂອລິມປິກລະດູໜາວ 2022 ເທົ່ານັ້ນ, ແຕ່ເພິ່ນຍັງຫວັງວ່າປະຊາຊົນຈີນລ້ວນແຕ່ສາມາດມີສ່ວນຮ່ວມໃນການອອກກໍາລັງກາຍ ແລະ ຫຼິ້ນກິລາ.

       ສົມເດັດ ອາເບີດ ລາຊະການທີ Ⅱ ຍັງຮູ້ສຶກປະທັບໃຈເປັນພິເສດຕໍ່ວຽກງານອະນຸລັກຮັກສາສັດປ່າຂອງຈີນ: ທ່ານ ສີຈິ້ນຜິງ ແລະ ລັດຖະບານຈີນມີຄວາມຕັດສິນໃຈ ແລະ ຄວາມປາດຖະໜາໃນການປັບປຸງສິ່ງແວດລ້ອມໃຫ້ດີຂຶ້ນ. ຂ້າພະເຈົ້າເຂົ້າໃຈທີ່ສຸດຕໍ່ຄໍາວ່າປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດ, ຄວາມເອົາໃຈໃສ່ຕໍ່ອະນາຄົດຂອງມວນມະນຸດເປັນຈຸດຢືນດີທີ່ສຸດ, ສິ່ງນີ້ໄດ້ຢັ້ງຢືນໃຫ້ເຫັນເຖິງວິໄສທັດເບິ່ງກວ້າງມອງໄກຂອງປະທານສີ.