ພູເຂົາໄຟເຊເມຣູຢູ່ອິນໂດເນເຊຍລະເບີດຂຶ້ນ

2024-03-24 13:28:21 cri


ອີງຕາມແຫຼ່ງຂ່າວຈາກສະຖາບັນຄົ້ນຄວ້າໄພທໍລະນີວິທະຍາອິນໂດເນເຊຍແຈ້ງໃຫ້ຮູ້ວ່າ: ເວລາ 23 ໂມງຂອງວັນທີ 23 ມີນານີ້, ພູເຂົາໄຟເຊເມຣູຂອງອິນໂດເນເຊຍໄດ້ລະເບີດຂຶ້ນເປັນເວລາປະມານ 125 ວິນາທີ, ມີເທົ່າຖ່ານລອຍຂຶ້ນສູ່ທ້ອງຟ້າສູງເຖິງ 1.200 ແມັດ.

ພູເຂົາໄຟເຊເມຣູສູງກວ່າລະດັບໜ້ານ້ຳທະເລ 3.676 ແມັດ, ແມ່ນພູເຂົາໄຟທີ່ມີຄວາມສູງສຸດຢູ່ເກາະຊາວາປະເທດອິນໂດເນເຊຍ, ທັງເປັນໜຶ່ງໃນພູເຂົາໄຟທີ່ມັກເກີດລະເປີດຫຼາຍທີ່ສຸດຢູ່ອິນໂດເນເຊຍ.