ຈີນຕອບຄຳຖາມກ່ຽວກັບຟິລິບປີນລ່ວງເຂົ້າເຂດທະເລໃກ້ກັບຫີນໂສໂຄກເຢີນໄອ້ຂອງຈີນ

2024-03-25 11:05:23 cri


   ວັນທີ 24 ມີນານີ້, ທ່ານອູຊ່ຽນ ໂຄສົກກະຊວງປ້ອງກັນປະເທດຈີນໄດ້ຕອບຄຳຖາມຂອງນັກຂ່າວກ່ຽວກັບຟິລິບປີນທີ່ລ່ວງເຂົ້າເຂດທະເລໃກ້ກັບຫີນໂສໂຄກເຢີນໄອ້ໂດຍຊີ້ອອກວ່າ: ຖ້າວ່າຟິລິບປິນທ້າທາຍເສັ້ນຈຳກັດຕ່ຳສຸດຂອງຈີນເທື່ອແລ້ວເທື່ອອີກ, ຈີນຈະສືບຕໍ່ໃຊ້ມາດຕະການທີ່ຈຳເປັນຢ່າງເດັດຂາດ ເພື່ອປ້ອງກັນອະທິປະໄຕຂອງດິນແດນແຫ່ງຊາດ, ສິດແລະຜົນຜະໂຫຍດທາງທະເລຂອງຕົນຢ່າງເດັດດ່ຽວ.

   ທ່ານອູຊ່ຽນຊີ້ໃຫ້ເຫັນຕື່ມວ່າ: ສິ່ງທີ່ຕ້ອງການເນັ້ນໜັກນັ້ນແມ່ນ: ຈີນມີອະທິປະໄຕທີ່ໂຕ້ຖຽງກັນບໍ່ໄດ້ຕໍ່ໝູ່ເກາະນານຊ່າແລະເຂດທະເລຢູ່ອ້ອມຂ້າງທີ່ລວມທັງຫີນໂສໂຄກເຢີນໄອ້, ອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນຂອງຈີນແມ່ນລ່ວງລ້ຳບໍ່ໄດ້.ຈີນຍິນດີຈັດການສົນທະນາແລະເຈລະຈາກັນກັບຟິລິບປິນເພື່ອແກ້ໄຂຄວາມຂັດແຍ້ງກັນ. ຂະນະດຽວກັນ, ຈີນເຕືອນໃຫ້ຟິລິບຟິນຈົ່ງຍຸດຕິຖ້ອຍຄວາມໃດໆທີ່ອາດຈະເຮັດໃຫ້ຄວາມຂັດແຍ້ງກັນແລະສະຖານະການຮຸນແຮງຂຶ້ນ, ທັງຍຸດຕິການລ່ວງລ້ຳສິດແລະທ້າທາຍເກາະຜິດທຸກຢ່າງ.