ເຮືອດຳນ້ຳ “ເຟີ້ນໂຕ້ເຈີ” ສ້າງສະຖິຕິໃໝ່ໃນການດຳນ້ຳຢູ່ທະເລເລິກຂອງອິນໂດເນເຊຍ

2024-03-25 15:51:34 CRI

    ວັນທີ 23 ມີນານີ້,ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ໂຄງການຂອງສະຖາບັນວິທະຍາສາດຈີນ ກັບ ອົງການຄົ້ນຄວ້າປະດິດສ້າງແຫ່ງຊາດອິນໂດເນເຊຍໄດ້ສຳເລັດການສຳຫຼວດວິທະຍາສາດຮ່ວມກັນຢູ່ຮ່ອມທະເລຈາວາເປັນເວລາ 1 ເດືອນ. ໃນໄລຍະນັ້ນ, ພະນັກງານຄົ້ນຄວ້າວິທະຍາສາດຂອງສອງປະເທດໄດ້ຂີ່ເຮືອດຳນ້ຳທີ່ບັນທຸກຄົນເລກ “ເຟີ້ນໂຕ້ເຈີ” ລົງໄປຮອດບ່ອນເລິກທີ່ຕ່ຳກວ່າໜ້ານ້ຳທະເລ 7.178 ເມັດຢ່າງສຳເລັດຜົນ ໂດຍໄດ້ສ້າງສະຖິຕິໃໝ່ໃນການດຳນ້ຳຢູ່ທະເລເລິກຂອງອິນໂດເນເຊຍ.


 

    ວັນທີ 22 ມີນານີ້, ພິທີສະຫຼອງ “ການສຳຫຼວດວິທະຍາສາດຮ່ວມກັນຢູ່ຮ່ອມທະເລຈາວາລະຫວ່າງຈີນ-ອິນໂດເນເຊຍ” ໄດ້ຈັດຂຶ້ນຢູ່ນະຄອນຫຼວງຈາກາຕາຂອງອິນໂດເນເຊຍ. ເອກອັກຄະລັດຖະທູດຈີນປະຈຳອິນໂດເນເຊຍ ແລະລັດຖະມົນຕີກະຊວງທະເລ ແລະ ການລົງທຶນອິນໂດເນເຊຍໄດ້ເຂົ້າຮ່ວມພິທີດັ່ງກ່າວ ແລະ ທັດສະນະຢ້ຽມຊົມເຮືອສຳຫຼວດວິທະຍາສາດຫຼັງຈາກພິທີດັ່ງກ່າວ ພ້ອມທັງມີການແລກປ່ຽນຄວາມຄິດຄວາມເຫັນກັບນັກວິທະຍາສາດຂອງຈີນ.