ອາເມຣິກາຄວນໃຫ້ຄຳຕອບທີ່ເປັນຈິງກ່ຽວກັບບັນຫາຂອງບໍລິສັດ Boeing

2024-03-25 16:06:02 cri

ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ບໍລິສັດ Boeing ໄດ້ເກີດບັນຫາຕ່າງໆກ່ຽວກັບຄວາມປອດໄພ. ອີງຕາມສະຖິຕິຈາກ FOX News ຂອງອາເມຣິກາສະແດງໃຫ້ເຫັນວ່າ: ໃນລະຫວ່າງເດືອນມັງກອນຫາເດືອນກຸມພາປີ 2024 ນີ້, ເຮືອບິນຂອງບໍລິສັດ Boeing ໄດ້ເກີດອຸບັດເຫດ 6 ເທື່ອແລ້ວ, ຍິ່ງໄປກວ່ານັ້ນ, ທ່ານອັນໂຕນີ ບລິນເກນ ກໍຈຳເປັນຕ້ອງປ່ຽນເຮືອບິນໃນໄລຍະເດີນທາງໄປຢ້ຽມຢາມຕ່າງປະເທດຍ້ອນເຮືອບິນ Boeing ເກີດບັນຫາຕິດຂັດ. ສະນັ້ນ, ຄົນທັງຫຼາຍຈຶ່ງຢາກຖາມວ່າ: ຍ້ອນຫຍັງບໍລິສັດ Boeing ຈຶ່ງເປັນແນວນີ້?

ນັກວິເຄາະເຫັນວ່າ: ບໍລິສັດ Boeing ໄດ້ເກີດມີບັນຫາວຸ້ນວາຍດ້ານການຜະລິດມາເປັນເວລາດົນນານແລ້ວ ໂດຍສະເພາະແມ່ນຫຼັງຈາກຊື້ກິດຈະການຂອງບໍລີສັດ McDonnell-Douglas ແລ້ວ, ວັດທະນະທຳວິສາຫະກິດຂອງບໍລິສັດ Boeing ໄດ້ມີການປ່ຽນແປງ ເຊິ່ງຈາກການຍຶດໝັ້ນ “ການຮັບປະກັນຄຸນນະພາບໃຫ້ດີ” ກາຍເປັນ “ການຫາຜົນກຳໄລຢູ່ເໜືອກວ່າໝູ່”. ເມື່ອບໍ່ດົນມານີ້, CNN ແລະ ສື່ມວນຊົນຕ່າງປະເທດອື່ນໆວິເຄາະວ່າ:ການມຸ່ງເນັ້ນແຕ່ການສະແຫວງຫາຜົນກຳໄລ ເຮັດໃຫ້ບໍລິສັດ Boeing ໃສ່ໃຈແຕ່ຕົ້ນທຶນ ແລະ ເຮັດໃຫ້ຄຸນນະພາບການຜະລິດມີບັນຫາແຝງຊ້ອນຕາມມາ.

ພາກສ່ວນທີ່ກ່ຽວຂ້ອງຂອງລັດຖະບານອາເມຣິກາຂາດການຕິດຕາມຄຸ້ມຄອງກໍເປັນປັດໄຈຊັ້ນເລິກທີ່ເຮັດໃຫ້ເຮືອບິນຂອງບໍລິສັດ Boeing ເກີດມີບັນຫາ. ໃນຫຼາຍສິບປີມານີ້ເພື່ອປະຢັດງົບປະມານ, ອົງການຄຸ້ມຄອງການບິນສະຫະລັດອາເມຣິກາໄດ້ເໝົາວຽກງານການຢືນຢັນຄວາມປອດໄພຂອງເຮືອບິນຈຳນວນໜຶ່ງໃຫ້ແກ່ວິສາຫະກິດຜະລິດເຮືອບິນ ເຊັ່ນ ບໍລິສັດ Boeing ເປັນຕົ້ນ ເຊິ່ງເທົ່າກັບເປັນ “ການມອບສິດຕັດສິນໃຫ້ແກ່ນັກກິລາ”.

ຄວາມປອດໄພດ້ານການບິນບໍ່ແມ່ນເລື່ອງນ້ອຍ ແລະ ກ່ຽວພັນກັບຄວາມປອດໄພຂອງປະຊາຊົນທົ່ວໂລກ. ເມື່ອປະເຊີນໜ້າກັບບັນຫາຂອງບໍລິສັດ Boeing, ຝ່າຍຕ່າງໆທີ່ກ່ຽວຂ້ອງຂອງອາເມຣິກາກໍບໍ່ຄວນຫຼີກລ່ຽງບັນຫາ ແລະ ປະຕິເສດຄວາມຮັບຜິດຊອບ, ແຕ່ຄວນໃຫ້ຄຳຕອບຕໍ່ຄວາມເປັນຫ່ວງຂອງບັນດາຝ່າຍຢ່າງແທ້ຈິງ ແລະ ອະທິບາຍເພື່ອໃຫ້ຄວາມກະຈ່າງແຈ້ງທີ່ສົມເຫດສົມຜົນແກ່ທົ່ວໂລກ.