ທ່ານສີຈິ້ນຜິງຢ້ຽມຢາມບ້ານກາງຈົ່ງຜິງນະຄອນສາງເຕີແຂວງຫູໜານ

2024-03-25 15:41:29 cri



ແຂວງຫູໜານເປັນ “ອູ່ເຂົ້າ” ທີ່ສຳຄັນຂອງຈີນ, ເຊິ່ງເນື້ອທີ່ການປູກເຂົ້າແລະຜົນຜະລິດເຂົ້າຄອງອັນດັບໜຶ່ງຂອງທົ່ວປະເທດຈີນ, ສ່ວນເນື້ອທີ່ປູກແລະຜົນຜະລິດທັນຍາຫານຂອງນະຄອນສາງເຕີ ໄດ້ຄອງອັບດັບໜຶ່ງຂອງທົ່ວແຂວງຫູໜານມາເປັນເວລາ20ປີຕິດຕໍ່ກັນ.

 



 ເດືອນມີນາ ພໍດີກົງກັບເວລາອັນສຳຄັນແຫ່ງການກະກຽມປູກຝັງໃນລະດູໃບໄມ້ປົ່ງ. ຕອນບ່າຍວັນທີ19 ມີນາ 2024ນີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ເດີນທາງໄປບ້ານກາງຈົ່ງຜິງຕາແສງເຊ້ເຈ່ຍພູ້ເມືອງຕິງເສີງ ນະຄອນສາງເຕີ ເພື່ອຮັບຮູ້ສະພາບການກະກຽມປູກຝັງໃນຍາມລະດູໄມ້ປົ່ງຂອງບ້ານດັ່ງກ່າວ.

 

ຢູ່ບ້ານກາງຈົ່ງຜິງ, ອຸດສາຫະກຳຫຼັກແມ່ນເຂົ້ານາຄຸນນະພາບດີແລະນ້ຳມັນຄາເມເລຍ. ນາປູກເຂົ້າປະມານ 47 ເຮັກຕາຂອງບ້ານແຫ່ງນີ້ແມ່ນຕັ້ງຢູ່ໃຈກາງເຂດສາທິດກວມລວມການຜະລິດທັນຍາຫານຕາແສງເຊ້ຍເຈ່ຍພູ້ກວມເນື້ອທີ່ປະມານ700ເຮັກຕາ ເຊິ່ງໄດ້ນຳໃຊ້ແນວພັນດີ, ປູກດ້ວຍເຄື່ອງຈັກ, ໃສ່ຝຸ່ນເລິກລົງໄປໃຕ້ດິນດ້ວຍກົນຈັກ, ປ້ອງກັນສັດຕູພືດແບບເປັນມິດກັບສິ່ງແວດລ້ອມ,ນຳໃຊ້ເຕັກນິກເຄມີແລະຟີຊິກຢ່າງເປັນເອກະພາບກັນ. ປີ2023ຜ່ານມາ, ເຂດສາທິດປູກເຂົ້ານາປີນາແຊງໄດ້ຮັບຜົນຜະລິດເຖິງ 17,28 ໂຕນຕໍ່ເຮັກຕາ.

 



ຢູ່ເຂດສາທິດ, ທ່ານສີຈິ້ນຜິງໄດ້ຍ່າງເຂົ້າໄປແຄມທົ່ງນາເພື່ອກວດເບິ່ງສະພາບການຕົກກ້າແລະໄຖນາ, ແລະຍັງໄດ້ສົນທະນາຢ່າງໃກ້ຊິດກັບຄອບຄົວປູກເຂົ້າຫຼາຍ,ນັກວິຊາການເຕັກນິກກະສິກຳ, ພະນັກງານຂັ້ນຮາກຖານ ແລະຊາວບ້ານທັງຫຼາຍ ເພື່ອສອບຖາມລາຍລະອຽດກ່ຽວກັບການກະກຽມປູກຝັງໃນລະດູໃບໄມ້ປົ່ງ.



ທົ່ງນາບ້ານກາງຈົ່ງຜິງ

 

ທ່ານສີຈິ້ນຜິງເນັ້ນໜັກວ່າ, ການເຮັດວຽກກະກຽມປູກຝັງໃນລະດູໃບໄມ້ປົ່ງໃຫ້ດີແມ່ນມີຄວາມສຳຄັນທີ່ສຸດຕໍ່ການຮັບປະກັນຜົນເກັບກ່ຽວອັນອຸດົມສົມບູນແລະຄວາມໝັ້ນຄົງດ້ານສະບຽງອາຫານ.  ແຫ່ງຕ່າງໆແລະພາກສ່ວນຕ່າງໆຕ້ອງປະຕິບັດໜ້າທີ່ໃຫ້ດີ, ຮັບປະກັນເນື້ອທີ່ການປູກຝັງໃນລະດູໃບໄມ້ປົ່ງ, ປັບປຸງການບົດລະບັດຮັກສາເຄື່ອງປູກຂອງຝັງໃນລະດູໃບໄມ້ປົ່ງຢ່າງລະອຽດ, ຮັບປະກັນການສະໜອງປັດໄຈການຜະລິດກະສິກຳໃຫ້ພຽງພໍ, ເພີ່ມທະວີການບໍລິການດ້ານກະສິກຳໃນພາກສັງຄົມ, ສຸມຄວາມພະຍາຍາມເຂົ້າໃນການເຮັດໃຫ້ແນວພັນດີ, ວິທີດີ, ກົນຈັກດີແລະນາດີເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງ, ຈັດຕັ້ງປະຕິບັດນະໂຍບາຍກ່ຽວກັບການສ້າງຄວາມເຂັ້ມແຂງໃຫ້ກັບກະສິກຳ, ໃຫ້ສິດທິພິເສດແກ່ຊາວກະສະກອນແລະສ້າງຄວາມຮັ່ງມີໃຫ້ກັບຊາວກະສິກອນໃຫ້ດີ, ຮັບປະກັນລາຍໄດ້ຈາກການປູກພືດພັນທັນຍາຫານຂອງຊາວກະສິກອນ, ປຸກລະດົມຄວາມຫ້າວຫັນຂອງຊາວກະສິກອນໃນການປູກພືດພັນທັນຍາຫານຢ່າງເຕັມສ່ວນ, ເພື່ອສ້າງໃຫ້ມີການເລີ່ມຕົ້ນທີ່ດີໃນການເພີ່ມຜົນຜະລິດທັນຍາຫານໝົດປີແລະເຮັດໃຫ້ຊາວກະສິກອນມີລາຍໄດ້ເພີ່ມ.

 



ທົ່ງນາບ້ານກາງຈົ່ງຜິງ

ຈີນມີສຸພາສິດວ່າ: ແຜນການໝົດປີຕ້ອງເລີ່ມພິຈາລະນາຕັ້ງແຕ່ລະດູໃບໄມ້ປົ່ງ, ເວົ້າສຳລັບການຜະລິດກະສິກຳແລ້ວມັນຍິ່ງມີຄວາມສຳຄັນຫຼາຍ. ຊາວກະສິກອນຈີນມັກເວົ້າຄຳວ່າ: “ຖ້າຄົນໃຫ້ດິນເສຍໂອກາດປູກຝັງພຽງຍາມດຽວ, ດິນຈະໃຫ້ຄົນເສຍຜົນລະປູກໝົດປີໄດ້” ເຊິ່ງຄຳສຸພາສິດນີ້ໄດ້ເນັ້ນເຖິງການເຕີບໂຕຂອງເຄື່ອງປູກຂອງຝັງແມ່ນມີລັກສະນະລະດູການແລະການກະກຽມປູກຝັງໃນລະດູໃບໄມ້ປົ່ງແມ່ນມີຄວາມເລັ່ງດ່ວນ.

 

ເດືອນມີນາປີ2020, ໃນເວລາລົງເຄື່ອນໄຫວສຳຫຼວດກວດກາວຽກງານ ຢູ່ບ້ານຢວີຊຸ່ນເມືອງອ່ານຈີແຂວງເຈີ້ຈ່ຽງ, ທ່ານສີຈິ້ນຜິງໄດ້ກວດເບິ່ງສະພາບການ ເຕີບໂຕຂອງພືດພັນທັນຍາຫານ ພ້ອມທັງໂອ້ລົມສົນທະນາກັບຊາວບ້ານແລະ ສອບຖາມສະພາບການກະກຽມປູກຝັງຍາມລະດູໃບໄມ້ປົ່ງ.

 

ເດືອນເມສາແລະເດືອນມິຖຸນາປີ2022, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດ ກວດກາວຽກງານຢູ່ຫ້ອງທົດລອງແນວພັນພືດຢາໂຈ່ວນະຄອນຊ່ານຢ້າແຂວງໄຫຫຼຳ ແລະຖານການທົດລອງເຕັກນິກໃໝ່ແນວພັນເຂົ້າໃໝ່ແຂວງເສສວນຕາມ ລຳດັບໂດຍເນັ້ນໜັກວ່າ: “ນຳໃຊ້ແນວພັນຂອງຈີນຮັບປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານຂອງຈີນ” “ສ້າງ ‘ອູ່ເຂົ້າເສສວນ’ ທີ່ມີລະດັບສູງກວ່າເກົ່າໃນຍຸກ ໃໝ່.”

 

     ບໍ່ວ່າຈະເປັນການຢ້ຽມຢາມຫ້ອງທົດລອງ ຫຼືລົງເຄື່ອນໄຫວເຮັດວຽກຢູ່ ຕາມທົ່ງໄຮ່ທົ່ງນາ, ສິ່ງທີ່ທ່ານສີຈິ້ນຜິງໄດ້ເອົາໃຈໃສ່ຢ່າງສະເໝີຕົ້ນສະເໝີປາຍ ນັ້ນແມ່ນ ຄວາມໝັ້ນຄົງດ້ານສະບຽງອາຫານ ເຊິ່ງເປັນສິ່ງສຳຄັນຂອງຊາດ.

ເດືອນທັນວາປີ2023, ເນື່ອງໃນໂອກາດເປີດກອງປະຊຸມວຽກງານຊົນນະບົດຂັ້ນສູນກາງ, ທ່ານສີຈິ້ນຜິງໄດ້ໃຫ້ຄຳຊີ້ນຳສຳຄັນຕໍ່ວຽກງານກະສິກຳ, ຊົນນະບົດແລະຊາວກະສິກອນ ໂດຍເນັ້ນໜັກໃຫ້ຈັດຕັ້ງປະຕິບັດລະບຽບການທີ່ ພັກ-ລັດມີຄວາມຮັບຜິດຊອບອັນດຽວກັນຕໍ່ຄວາມໝັ້ນຄົງດ້ານສະບຽງອາຫານ ຢ່າງຮອບດ້ານ, ຍຶດໝັ້ນເພີ່ມຄວາມເຂັ້ມແຂງໃນການຮັກສາເນື້ອທີ່ດິນປູກຝັງ ໃຫ້ໝັ້ນທ່ຽງແລະເພີ່ມສະມັດຖະພາບສູງໄປຄຽງຄູ່ກັນ.

 

ເອກະສານກ່ຽວກັບວຽກງານກະສິກຳຄືເອກະສານເລກໜຶ່ງຂອງສູນກາງປີ2024ນີ້ ໄດ້ກຳນົດແຜນງານ6ດ້ານ, ໃນນັ້ນ, ວຽກງານອັນດັບໜຶ່ງແມ່ນຮັບປະກັນ ຄວາມໝັ້ນຄົງດ້ານສະບຽງອາຫານຂອງຊາດ ແລະຍັງໄດ້ລະບຸຢ່າງຊັດເຈນໂດຍ ຮຽກຮ້ອງການຮັບປະກັນຜົນຜະລິດທັນຍາຫານໃຫ້ຮັກສາຢູ່ໃນລະດັບຫຼາຍກວ່າ 650ລ້ານໂຕນ.

 

ການແກ້ໄຂບັນຫາອາຫານການກິນເປັນວຽກງານສຳຄັນອັນດັບໜຶ່ງໃນການບໍລິຫານປະເທດຢ່າງສະເໝີຕົ້ນສະເໝີປາຍ, ດັ່ງທີ່ທ່ານສີຈິ້ນຜິງເວົ້າວ່າ: ຍິ່ງປະ ເຊີນໜ້າກັບຄວາມສ່ຽງແລະສິ່ງທ້າທາຍ ຍິ່ງຕ້ອງຮັກສາຄວາມໝັ້ນຄົງດ້ານກະສິ ກຳ, ຍິ່ງຕ້ອງຮັບປະກັນຄວາມໝັ້ນຄົງດ້ານທັນຍາຫານແລະອາຫານສຳຮອງ ທີ່ສຳຄັນ.

 

ເບິ່ງການຄຸ້ມຄອງຂັ້ນຮາກຖານຢູ່ບ້ານຊົນນະບົດແຂວງຫູໜານ

 

ກອງປະຊຸມວຽກງານເສດຖະກິດສູນກາງພັກກອມມູນິດຈີນທີ່ຈັດຂຶ້ນເມື່ອທ້າຍປີ2023ໄດ້ເນັ້ນໜັກໃຫ້ຍຶດໝັ້ນປະຕິບັດວຽກງານກະສິກຳ, ຊົນນະບົດແລະ ຊາວກະສິກອນໃຫ້ດີຢ່າງບໍ່ລົດລະ, ພ້ອມທັງກຳນົດຢ່າງຈະແຈ້ງກ່ຽວກັບ “ເສັ້ນຕ້ອງຫ້າມ”ແລະ “ຈຸດສຸມ”ຂອງວຽກງານດັ່ງກ່າວຄື: ຖືເອົາການຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານຂອງຊາດ, ຮັບປະກັນບໍ່ໃຫ້ເກີດມີປະຊາຊົນຈຳນວນຫຼວງຫຼາຍກັບຄືນສູ່ສະພາບຄວາມທຸກຍາກຢ່າງຂະໜາດໃຫຍ່ ເຊິ່ງເປັນ “ເສັ້ນຕ້ອງຫ້າມ”, ຖືເອົາການຍົກສູງລະດັບການພັດທະນາອຸດສາຫະກຳຊົນນະບົດ, ຍົກສູງລະດັບການສ້າງຊົນນະບົດແລະຍົກສູງລະດັບການຄຸ້ມຄອງຊົນນະບົດເປັນຈຸດສຸມ.



ຕອນບ່າຍວັນທີ19 ມີນາ 2024ນີ້, ທ່ານສີຈິ້ນຜິງ ຢ້ຽມຢາມບ້ານກາງຈົ່ງຜິງແລະໂອ້ລົມກັບພະນັກງານຂັ້ນຮາກຖານ


 ຢູ່ບ້ານກາງຈົ່ງຜິງ, ທ່ານສີຈິ້ນຜິງຍັງໄດ້ລົງເລິກສຳຫຼວດກວດເບິ່ງສະພາບກ່ຽວກັບການຍົກສູງປະສິດທິພາບແລະປະສິດທິຜົນດ້ານການຄຸ້ມຄອງຂັ້ນຮາກຖານຕື່ມອີກ.

 

ບ້ານກາງຈົ່ງຜິງມີກຸ່ມຊາວບ້ານ2ກຸ່ມຢູ່ພາຍໃຕ້ການຄຸ້ມຄອງຂອງຕົນ, ມີ204 ຄອບຄົວລວມທັງໝົດ803ຄົນ. ໃນຊຸມປີຜ່ານມານີ້, ບ້ານກາງຈົ່ງຜິງໄດ້ຖອດ ຖອນຮ່ຳຮຽນແລະໝູນໃຊ້ບົດຮຽນ “ໂຄງການພັນໝື່ນ”(ໂຄງການ “ພັນບ້ານຕົວແບບ,ໝື່ນບ້ານປັບປຸງ”ຂອງແຂວງເຈີ້ຈ່ຽງ), ປະຕິບັດຕາມຮູບແບບ “ນຳພາດ້ວຍ ການກໍ່ສ້າງພັກ, ຕາແສງແລະບ້ານເປັນຜູ້ນຳໜ້າພາທາງ, ປະຊາຊົນເປັນຫຼັກແຫຼ່ງ, ສະໜັບສະໜູນໂດຍຜູ້ມີຊື່ສຽງແລະມີຄຸນສົມບັດຂອງບ້ານຕົນ, ຄຸ້ມຄອງດ້ວຍ ສະມາຄົມ” ໂດຍມອບໃຫ້ປະຊາຊົນເປັນຜູ້ໃຫ້ບໍລິການດ້ານການຄຸ້ມຄອງດ້ວຍຕົນເອງ.

 



ສວນຜັກກາດນ້ຳມັນຂອງບ້ານກາງຈົ່ງຜິງ

ຊຸມປີຜ່ານມານີ້, ຢູ່ພາຍໃນບ້ານໄດ້ບັນລຸເປົ້າໝາຍຕ່າງໆເຊັ່ນ: ປັບປຸງ ເສັ້ນທາງໃຫ້ເປັນທາງເບຕົງໝົດ, ປັບປຸງຕາຂ່າຍໄຟຟ້າໃຫ້ປົກຄຸມທົ່ວບ້ານ, ອັດຕາການມີນ້ຳປະປາໃຊ້, ມີຫ້ອງນ້ຳທີ່ສະອາດໄດ້ມາດຕະຖານ ແລະອັດຕາ ບຳບັດຂີ້ເຫຍື້ອມາຈາກຊີວິດປະຈຳວັນລ້ວນແຕ່ໄດ້ບັນລຸເຖິງ100%. ປີ2022,ບ້ານກາງຈົ່ງຜິງໄດ້ຖືກປະກາດເປັນ “ບ້ານຊົນນະບົດທີ່ສວຍງາມຂອງນະຄອນສາງເຕີ”

 

ການປັບປຸງແກ້ໄຂປາກົດການຫຍໍ້ທໍ້ທີ່ເປັນລັດທິຮູບການ, ຫຼຸດຜ່ອນພາລະ ໃຫ້ຂັ້ນຮາກຖານ ເປັນວຽກງານທີ່ທ່ານສີຈິ້ນຜິງໃຫ້ຄວາມສຳຄັນເປັນຢ່າງສູງ ເຊິ່ງມີຈຸດປະສົງເພື່ອເຮັດໃຫ້ພະນັກງານຂັ້ນຮາກຖານມີເວລາ ແລະ ແຮງໃຈ ຈັດຕັ້ງປະຕິບັດວຽກງານຕົວຈິງໃຫ້ຫຼາຍກວ່າເກົ່າ.

 

ກ່ອນບຸນກຸດຈີນປີ2024ໃກ້ຈະໝູນວຽນມາເຖິງ, ທ່ານສີຈິ້ນຜິງໄດ້ເດີນທາງໄປ ສຳຫຼວດກວດກາວຽກງານຢູ່ກຳແພງນະຄອນທຽນສິນ, ເພິ່ນກ່າວວ່າ: “ຄະນະ ນຳແລະພະນັກງານການນຳທຸກຂັ້ນຕ້ອງສ້າງໃຫ້ມີທັດສະນະອັນຖືກຕ້ອງກ່ຽວກັບຜົນງານບໍລິຫານ, ປັບປຸງແກ້ໄຂປາກົດການຫຍໍ້ທໍ້ທີ່ເປັນລັດທິຮູບການຢ່າງຕໍ່ເນື່ອງເພື່ອຫຼຸດຜ່ອນພາລະໃຫ້ຂັ້ນຮາກຖານ, ນຳພາພະນັກງານ-ສະມາຊິກພັກ ທັງຫຼາຍເຮັດແທ້ທຳຈິງ, ບຸກເບີກກ້າວໄປຂ້າງໜ້າ, ອອກແຮງຢ່າງສຸດຂີດ ຊຸກຍູ້ການຈັດຕັ້ງປະຕິບັດແຜນນະໂຍບາຍຂອງສູນກາງພັກໃຫ້ເປັນຮູບປະທຳ.”

 

ໃນກອງປະຊຸມສະພາປະຊາຊົນແຫ່ງຊາດຈີນແລະກອງປະຊຸມສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນຫຼືກອງປະຊຸມສອງສະພາປະຈຳປີ2024ທີ່ຫາກໍສຳເລັດລົງໃນເມື່ອບໍ່ດົນມານີ້, ທ່ານສີຈິ້ນຜິງໄດ້ຊີ້ໃຫ້ເຫັນວ່າ: ຕ້ອງສືບຕໍ່ ປັບປຸງແລະເສີມຂະຫຍາຍທ່ວງທ່າທີ່ເສດຖະກິດຟື້ນຟູດີຂຶ້ນ, ກະຕຸກຊຸກຍູ້ແລະ ສົ່ງເສີມໃຫ້ທົ່ວສັງຄົມມີຄວາມໝັ້ນໃຈດ້ານການພັດທະນາ, ພະນັກງານ-ສະມາຊິກ ພັກຕ້ອງມີຄວາມໝັ້ນໃຈຢ່າງເດັດດ່ຽວແລະເຮັດແທ້ທຳຈິງໄປກ່ອນ.

 



ສູນບໍລິການປະຊາຊົນສະມາຊິກພັກບ້ານກາງຈົ່ງຜິງ

ການຢ້ຽມຢາມແຂວງຫູໜານເທື່ອນີ້, ທ່ານສີຈິ້ນຜິງໄດ້ສົ່ງສັນຍານອັນຊັດເຈນອີກຄັ້ງໜຶ່ງຄື ລົງພື້ນຖານ, ເລັ່ງຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ, ຫຼຸດພາລະ ແລະສົ່ງເສີມການປະຕິບັດຕົວຈິງ.