ນັກເສດຖະສາດສິງກະໂປ:ເວທີເປິກສາຫາລືອາຊີໂປ໋ອາວຈະຊຸກຍູ້ໃຫ້ປະຊາຄົມໂລກຮ່ວມກັນຮັບມືກັບສິ່ງທ້າທາຍ

2024-03-26 11:35:13 CRI

 

    ເນື່ອງໃນໂອກາດກອງປະຊຸມປະຈຳປີ 2024 ຂອງເວທີເປິກສາຫາລືອາຊີໂປອາວຈະວຽນມາເຖິງ, ທ່ານຕັນກອງຢຳ ອະດີດນັກເສດຖະສາດຜູ້ທີໜຶ່ງໃນກະຊວງການຄ້າ ແລະ ອຸດສາຫະກຳສິງກະໂປ  ແລະເປັນສາສະດາຈານເສດຖະສາດຂອງມະຫາວິທະຍາໄລເຕັກໂນໂລຊີນານຢາງໄດ້ໃຫ້ສຳພາດຕໍ່ນັກຂ່າວວິທະຍຸໂທລະພາບສູນກາງຈີນ ຫຼື CMG ໃນຫວ່າງມໍ່ໆນີ້ວ່າ: ປັດຈຸບັນ, ໂລກພວມຜະເຊີນໜ້າກັບສິ່ງທ້າທາຍອັນຂ້ຽວຂາດຕ່າງໆ,ເວທີເປິກສາຫາລືຈະຊ່ວຍຊຸກຍູ້ໃຫ້ປະຊາຄົມໂລກຮ່ວມກັນຮັບມືຕໍ່ກັບສິ່ງທ້າທາຍເຫຼົ່ານີ້.

 

    ທ່ານຕັນກອງຢຳກ່າວຕື່ມວ່າ: ໃນຖານະທີ່ເປັນພາກພື້ນທີ່ມີພະລັງຊີວິດດ້ານເສດຖະກິດດີທີ່ສຸດໃນໂລກປັດຈຸບັນນີ້, ທະວີບອາຊີແມ່ນມີກຳລັງແຮງໃໝອັນໃຫຍ່ຫຼວງໃນດ້ານການພັດທະນາ. ໃນອະນາຄົດ, ເວທີເປິກສາຫາລືອາຊີໂປອາວສາມາດປະກອບສ່ວນເປັນພິເສດເຂົ້າໃນຫຼາຍຂົງເຂດ ເຊິ່ງລວມທັງ: ລະດົມທຶນທີ່ດີສຸດໃຫ້ແກ່ໂຄງການ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ເປັນແບບສີຂຽວກວ່າເກົ່າ, ຊ່ວຍເຫຼືອໂລກຂ້າມຜ່ານສິ່ງກີດຂວາງທາງການເມືອງເພື່ອຮັບມືກັບວິກິດການດິນຟ້າອາກາດ,ລວມທັງຈີນ ກັບ ບັນດາປະເທດໃຕ້ໃນໂລກຈະເຮັດແນວໃດເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງໂລກໃນອະນາຄົດ.