ຈີນສະແດງຄວາມຊົມເຊີຍຕໍ່ສະພາຄວາມໝັ້ນຄົງຮັບຮອງເອົາມະຕິທີ່ຮຽກຮ້ອງໃຫ້ຢຸດຍິງຢູ່ເຂດກາຊາໃນທັນທີ

2024-03-27 11:19:03 CRI

 

    ວັນທີ 26 ມີນານີ້, ທ່ານລີນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວຂຶ້ນ. ມີນັກຂ່າວຖາມວ່າ: ຂ່າວແຈ້ງວ່າ, ວັນທີ 25 ມີນານີ້, ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ຮັບຮອງເອົາມະຕິເລກ 2728 ທີ່ຮຽກຮ້ອງໃຫ້ຢຸດຍິງຢູ່ເຂດກາຊາໃນທັນທີທີ່ສະເໜີໂດຍອານເຊຣີ ແລະ ປະເທດອື່ນໆ. ເຊິ່ງແມ່ນເທື່ອທຳອິດທີ່ສະພາຄວາມໝັ້ນຄົງໄດ້ຮັບຮອງເອົາມະຕິທີ່ຮຽກຮ້ອງໃຫ້ຢຸດຍິງຢູ່ເຂດກາຊາໃນທັນທີ  ຫຼັງຈາກເກີດການປະທະກັນລະຫວ່າງປາແລັດສະຕິນ ກັບ ອິດສະຣາແອນຮອບໃໝ່. ຈີນມີຄວາມເຫັນແນວໃດຕໍ່ເລື່ອງນີ້?


    ທ່ານລີນຈ້ຽນກ່າວວ່າ: ມະຕິເລກ 2728 ຂອງສະພາຄວາມໝັ້ນຄົງຮຽກຮ້ອງໃຫ້ຢຸດຍິງຢູ່ເຂດກາຊາໃນທັນທີຢ່າງແຈ່ມແຈ້ງ, ເປີດກວ້າງການກອບກູ້ຊ່ວຍເຫຼືອມະນຸດສະທຳຢູ່ເຂດກາຊາ, ຍົກເລີກການຈຳກັດການກອບກູ້ຊ່ວຍເຫຼືອມະນຸດສະທຳຂະໜາດໃຫຍ່, ທັງໝົດນີ້ແມ່ນສອດຄ່ອງກັບທິດທາງຖືກຕ້ອງຂອງການເຄື່ອນໄຫວຂອງສະພາຄວາມໝັ້ນຄົງ, ໄດ້ຕອບຕາມຄວາມປາດຖະໜາໂດຍທົ່ວໄປຂອງປະຊາຄົມໂລກ, ຈີນສະແດງຄວາມຊົມເຊີຍຕໍ່ເລື່ອງນີ້.