ກອງປະຊຸມເວທີເປິກສາຫາລືອາຊີໂປອາວປະຈຳປີ 2024 ສືບຕໍ່ຈັດຂຶ້ນໃນວັນທີ 27 ມີນານີ້, ແຂກຜູ້ມີກຽດຈີນ ແລະ ຕ່າງປະເທດໄດ້ເປິກສາຫາລືກັນຢ່າງເລິກເຊິ່ງໂດຍປິ່ນອ້ອມປັນຍາປະດິດ, ການພັດທະນາທີີ່ມີຄຸນນະພາບສູງ ແລະ ການຮ່ວມມືດ້ານການທະນາຄານເປັນຕົ້ນ.
ຢູ່ກອງປະຊຸມເວທີເປິກສາຫາລືຍ່ອຍກ່ຽວກັບລົງເລິກການຮ່ວມມືດ້ານການທະນາຄານຢູ່ທະວີບອາຊີ, ຜູ້ຮັບຜິດຊອບຂອງພາກສ່ວນຕິດຕາມຄຸ້ມຄອງດ້ານການທະນາຄານທີ່ມາຈາກຈີນ, ລາວ ແລະ ສິງກະໂປເປັນຕົ້ນໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບຫຼາຍຫົວຂໍ້ ເຊັ່ນ: ເຮັດແນວໃດຈຶ່ງສາມາດເພີ່ມທະວີການເຊື່ອມໂຍງເຊື່ອມຈອດກັນຂອງພື້ນຖານໂຄງລ່າງດ້ານການທະນາຄານຢູ່ທະວີບອາຊີ ແລະ ອື່ນໆ.
ນອກຈາກນີ້, ວັນທີ 27 ມີນານີ້, ຈະຈັດກອງປະຊຸມເວທີເປິກສາຫາລືຍ່ອຍ ແລະ ກອງປະຊຸມໂຕະມົນຫຼາຍຄັ້ງກ່ຽວກັບເລັ່ງລັດການເຄື່ອນໄຫວເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຄວາມມຸ່ງຫວັງຕໍ່ເສດຖະກິດໂລກເປັນຕົ້ນ.