ທ່ານ ວະລາດີເມຍ ປູຕິນ ແລະ ທ່ານ ຫງວນຟູຈອງ ໄດ້ສົນທະນາທາງໂທລະສັບ

2024-03-27 14:46:20 cri

 

    ວັນທີ 26 ມີນານີ້, ທຳນຽບແກລມແລັງຣັດເຊຍແຈ້ງໃຫ້ຮູ້ວ່າ: ມື້ດຽວກັນ, ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍໄດ້ສົນທະນາທາງໂທລະສັບກັບທ່ານ ຫງວນຟູຈົງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຫວຽດນາມຕາມຄຳເຊີນ.

    ທ່ານ ຫງວນຟູຈອງໄດ້ໄວ້ອາໄລຢ່າງສຸດຊຶ້ງຕໍ່ເຫດການຫຼອນໂຈມຕີແບບກໍ່ການຮ້າຍທີ່ເກີດຂຶ້ນຢູ່ໂຮງດົນຕີ “ເມືອງໂຄຣຄາສ" ຂອງຣັດເຊຍ. ທັງສອງທ່ານໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບສາຍພົວພັນສອງຝ່າຍ ເຊັ່ນ: ຊຸກຍູ້ການຮ່ວມມືດ້ານເສດຖະກິດການຄ້າ, ເຕັກໂນໂລຊີ ແລະ ວັດທະນາທຳເປັນຕົ້ນ. ສອງຝ່າຍເຫັນດີສືບຕໍ່ດຳເນີນການແລກປ່ຽນຂັ້ນຕ່າງໆ ແລະ ການຕິດຕໍ່ພົວພັນລະຫວ່າງບຸກຄົນ.

    ນອກຈາກນີ້, ທ່ານຫງວນຟູຈອງຍັງໄດ້ເຊື້ອເຊີນທ່ານ ວະລາດີເມຍ ປູຕິນເດີນທາງໄປຢ້ຽມຢາມຫວຽດນາມຢ່າງເປັນທາງການ. ອີງຕາມຖະແຫຼງການຂອງຄະນະວຽກງານການຕ່າງປະເທດສູນກາງພັກຄອມມູນິດຫວຽດນາມ, ທ່ານວະລາດີເມຍ ປູຕິນ ໄດ້ຮັບເອົາການເຊື້ອເຊີນ ແລະ ເຫັນດີໃຫ້ສອງຝ່າຍຈັດສັນເວລາທີ່ເໝາະສົມ.