ລົດໄຟຂົນສົ່ງສິນຄ້າ “ທາງດ່ວນລ້ານຊ້າງ” ຕາມທາງລົດໄຟຈີນ-ລາວໄດ້ແລ່ນລົດຫຼາຍກວ່າ 1.000 ຖ້ຽວແລ້ວ

2024-03-27 11:27:42 CRI


    ວັນທີ 26 ມີນານີ້, ນັກຂ່າວໄດ້ຊາບຂໍ້ມູນວ່າ: ນັບມາຮອດວັນທີ 25ມີນານີ້, ລົດໄຟຂົນສົ່ງສິນຄ້າສາກົນ “ທາງດ່ວນລ້ານຊ້າງ” ຕາມທາງລົດໄຟຈີນ-ລາວ ນັບລວມແລ້ວ ໄດ້ແລ່ນລົດຫຼາຍກວ່າ 1.000 ຖ້ຽວ ເຊິ່ງປະລິມານການຂົນສົ່ງສິນຄ້າບັນລຸເຖິງ 395.000 ໂຕນ.


 

    ລົດໄຟຂົນສົ່ງສິນຄ້າສາກົນ “ທາງດ່ວນລ້ານຊ້າງ” ຕາມທາງລົດໄຟຈີນ-ລາວເປີດນຳໃຊ້ຢ່າງສຳເລັດຜົນນັ້ນ ແມ່ນຜົນງານສຳຄັນຂອງການຮ່ວມມືດ້ານທາງລົດໄຟລະຫວ່າງຈີນ ກັບ ລາວ, ກໍ່ໄດ້ສະແດງໃຫ້ເຫັນເຖິງສອງປະເທດດຳເນີນການຮ່ວມມືດ້ານເສດຖະກິດການຄ້າຢ່າງເລິກເຊິ່ງ. ນັບແຕ່ແລ່ນລົດມານີ້, ປະລິມານການຂົນສົ່ງສິນຄ້າໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ຈັງຫວະການແລ່ນລົດໄດ້ເພີ່ມຈາກທຸກໆ 2 ມື້ຖ້ຽວໜຶ່ງຂຶ້ນເປັນມື້ລະຖ້ຽວ ເຊິ່ງໄດ້ຕອບສະໜອງຄວາມຕ້ອງການຂົນສົ່ງສິນຄ້າທີ່ມີຄວາມຮຽກຮ້ອງດ້ານເວລາຕ່າງໆ ເຊັ່ນ: ໝາກໄມ້, ແລະດອກໄມ້ສົດເປັນຕົ້ນ.

 

     ໃນ 2 ປີຜ່ານມານີ້, ໂດຍຜ່ານ “ທາງດ່ວນລ້ານຊ້າງ” ຕາມທາງລົດໄຟຈີນ-ລາວ, ໝາກໄມຕ່າງໆຂອງປະເທດລາວ ແລະ ໄທ ເຊັ່ນ: ທຸລຽນ, ມັງຄຸດແລະ ລຳໃຍເປັນຕົ້ນ ພ້ອມດ້ວຍໝາກໄມ້ ແລະ ຜັກ ທີ່ມີສີສັນພິເສດຂອງຈີນ ເຊັ່ນ: ຜັກກາດຫົວ ແລະ ໝາກພິລາເປັນຕົ້ນສາມາດຖືກຂົນສົ່ງ ແລະ ຂາຍຢູ່ຕ່າງປະເທດໂດຍໄວ ຍັງໄດ້ຊຸກຍູ້ການຮ່ວມມືດ້ານກະສິກຳ ແລະ ການໄປມາຫາສູ່ທາງການຄ້າລະຫວ່າງຈີນ ກັບ ລາວແລະ ໄທ.


 

     ຄຽງຄູ່ກັບສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP ມີຜົນບັງຄັບໃຊ້ຢ່າງເປັນທາງການເປັນຕົ້ນມາ, ພາກສ່ວນທາງລົດໄຟໄດ້ເອົາໃຈໃສ່ດຳເນີນການປະດິດສ້າງຢ່າງຕັ້ງໜ້າ ແລະ ສະເໜີຮູບການຂົນສົ່ງສາກົນໃໝ່ ຄື “ທາງລົດໄຟຈີນ-ລາວ+ທາງລົດໄຟຈີນ-ເອີຣົບ” ເຮັດໃຫ້ເວລາການຂົນສົ່ງໂດຍກົງລະຫວ່າງລາວ ໄທ ແລະ ປະເທດອື່ນໆ ກັບ ເອີຣົບໄດ້ຫຼຸດລົງເຖິງ 15 ວັນ.