ສປປ ເກົາຫຼີກ່າວວ່າ: ຈະຫຼີກລ່ຽງແລະປະຕິເສດການຕິດຕໍ່ພົວພັນກັນລະຫວ່າງສປປເກົາຫຼີ-ຍີ່ປຸ່ນຢ່າງຮອບດ້ານ

2024-03-27 11:17:36 cri


   ວັນທີ 26 ມີນານີ້, ຂ່າວສານສູນກາງເກົາຫຼີລາຍງານວ່າ: ມື້ດຽວກັນ ທ່ານນາງກິມໂຢຈອງ ຮອງຫົວໜ້າຄະນະກຳມະການສູນກາງພັກແຮງງານເກົາຫຼີໄດ້ກ່າວຄຳປາໄສຫຼ້າສຸດກ່ຽວກັບອະນາຄົດການເຈລະຈາລະຫວ່າງປະມຸກລັດສປປເກົາຫຼີກັບຍີ່ປຸ່ນ ໂດຍກ່າວວ່າ ຈະຫຼີກລ່ຽງແລະປະຕິເສດການຕິດຕໍ່ພົວພັນກັບຍີ່ປຸ່ນຢ່າງຮອບດ້ານ.

   ທ່ານນາງກິມໂຢຈອງກ່າວຕື່ມວ່າ: ຍີ່ປຸ່ນບໍ່ມີຄວາມກ້າຫານໃນການສະແຫວງຫາສັນຕິພາບແລະສະຖຽນລະພາບຂອງພາກພື້ນ ແລະ ຢ່ວງບາດກ້າວທຳອິດຂອງການພົວພັນລະຫວ່າງສປປເກົາຫຼີ-ຍີ່ປຸ່ນ. ຖ້ອຍຄວາມກ່ຽວກັບການເຈລະຈາລະຫວ່າງປະມຸກລັດສປປເກົາຫຼີ-ຍີ່ປຸ່ນຂອງນາຍົກລັດຖະມົນຕີຍີ່ປຸ່ນແມ່ນມີຈຸດປະສົງທາງການເມືອງ.

   ກ່ອນໜ້ານີ້ ຂ່າວສານສູນກາງເກົາຫຼີເຄີຍລາຍງານວ່າ: ທ່ານນາງກິມໂຢຈອງໄດ້ກ່າວຄຳປາໄສໃນວັນທີ 25 ມີນານີ້ກ່ຽວກັບຍີ່ປຸ່ນເຄີຍສະແດງເຈຕະນາໃຫ້ສປປເກົາຫຼີວ່າ ຢາກຈັດການເຈລະຈາລະຫວ່າງປະມຸກລັດສອງປະເທດ, ໂດຍ ໄດ້ກ່າວເຖິງຫຼັກໝັ້ນຂອງຝ່າຍສປປເກົາຫຼີ ແລະຮຽກຮ້ອງໃຫ້ຍີ່ປຸ່ນຈົ່ງມີການຕັດສິນໃຈທາງການເມືອງເພື່ອປັບປຸງການພົວພັນສອງຊາດໃຫ້ດີຂຶ້ນ.