ທ່ານສີຈິ້ນຜິງ ພົບປະກັບນາຍົກລັດຖະມົນຕີໂຮນລັງ

2024-03-27 19:17:12 CRI


    ວັນທີ 27 ມີນານີ້, ຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ພົບປະກັບທ່ານ ມາກ ລຸຍເດີ ນາຍົກລັດຖະມົນຕີໂຮນລັງທີ່ມາຢ້ຽມຢາມເຮັດວຽກຢູ່ຈີນ.


    ທ່ານສີຈິ້ນຜິງ ເນັ້ນໜັກວ່າ: ຈີນຈະຍຶດຖືທັດສະນະຄະຕິທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຢ່າງສະເໝີຕົ້ນສະເໝີປາຍ, ເປີດກວ້າງການເປີດປະຕູສູ່ພາຍນອກໃນລະດັບສູງຢ່າງຕໍ່ເນື່ອງ, ຮ່ວມກັນຊົມໃຊ້ຜົນປະໂຫຍດການພັດທະນາກັບຝ່າຍຕ່າງໆ. ນະໂຍບາຍຂອງຈີນຕໍ່ເອີຣົບ ໄດ້ຮັກສາຄວາມໜັກແໜ້ນຢ່າງຕໍ່ເນື່ອງ, ຖືເອີຣົບເປັນຂົ້ວໜຶ່ງທີ່ສຳຄັນໃນໂລກທີ່ມີຫຼາຍຂົ້ວ ແລະ ເປັນຄູ່ຮ່ວມມື. ຫວັງວ່າ ໂຮນລັງຈະສືບຕໍ່ເສີມຂະຫຍາຍບົດບາດຢ່າງຕັ້ງໜ້າເພື່ອຊຸກຍູ້ຈີນ ກັບ ເອີຣົບເຂົ້າໃຈກັນ ແລະ ຂະຫຍາຍການພົວພັນທີ່ມີລັກສະນະສ້າງສັນ.


    ທ່ານມາກ ລຸຍເດີ ກ່າວວ່າ: “ການຕັດຂາດການຕິດຕໍ່ພົວພັນ” ບໍ່ແມ່ນນະໂຍບາຍທີ່ລັດຖະບານໂຮນລັງຈະເລືອກເອົາ, ເພາະວ່າ ການເຄື່ອນໄຫວໃດໆທີ່ສ້າງຜົນຮ້າຍຕໍ່ຜົນປະໂຫຍດການພັດທະນາຂອງຈີນນັ້ນ ກໍ່ຈະສ້າງຜົນຮ້າຍຕໍ່ປະເທດຕົນເຊັ່ນກັນ. ໂຮນລັງຖະນຸຖະໜອມການພົວພັນມິດຕະພາບກັບຈີນ, ຍິນດີລົງເລິກການພົວພັນໝູ່ຄູ່ກັບຈີນຢ່າງຕໍ່ເນື່ອງ, ເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆ ເຊັ່ນ: ເສດຖະກິດການຄ້າ ແລະ ການຫຼຸດການລະບາຍກາກບອນເປັນຕົ້ນ.