ເກີດເຫດການລະເບີດຢູ່ໃຈກາງນະຄອນຢາງກຸ້ງປະເທດມຽນມາ

2024-03-28 11:39:30 cri

 

   

    ສື່ມວນຊົນມຽນມາລາຍງານວ່າ: ຕອນຄ່ຳວັນທີ 27 ມີນານີ້, ໄດ້ເກີດເຫດການລະເບີດຢູ່ໃຈກາງນະຄອນຢາງກຸ້ງ.

    ຕາມຂ່າວລາຍງານວ່າ: ມີເດັກນ້ອຍປາກົດເຫັນຖົງທີ່ໃສ່ລູກລະເບີດ, ເມື່ອເປີດຖົງແລ້ວເຮັດໃຫ້ມັນລະເບີດ, ເລື່ອງນີ້ໄດ້ເຮັດໃຫ້ປະຊາຊົນທີ່ລວມທັງເດັກນ້ອຍທັງໝົດ 5 ຄົນໄດ້ຮັບບາດເຈັບ, ໃນນັ້ນ, ມີຜູ້ບາດເຈັບສາຫັດ.