ສວນທໍລະນີ 6 ແຫ່ງຂອງຈີນຖືກຈັດເຂົ້າໃນລາຍຊື່ຂອງສວນທໍລະນີໂລກ

2024-03-29 11:45:41 CRI

    ຫວ່າງມໍ່ໆມານີ້, ພະແນກປະຕິບັດງານຂອງອົງການຢູເນສໂກສະຫະປະຊາຊາດໄດ້ອະນຸມັດໃຫ້ຈັດເອົາສວນທໍລະນີ 18 ແຫ່ງໃໝ່ເຂົ້າໃນລາຍຊື່ຂອງສວນທໍລະນີໂລກ ໃນນັ້ນ ລວມທັງສວນທໍລະນີ 6 ແຫ່ງຂອງຈີນ.


 

    ມາຮອດນີ້, ສະມາຊິກສວນທໍລະນີໂລກຂອງອົງການຢູເນສໂກສະຫະປະຊາຊາດໄດ້ບັນລຸເຖິງ 213 ແຫ່ງ, ຢູ່ 48 ປະເທດ.

 

    ວັນທີ 27 ມີນານີ້, ໃນເວລາໃຫ້ສຳພາດຕໍ່ນັກຂ່າວຂອງຂ່າວສານຊິນຮວາ,ທ່ານຄຣີສໂຕຟ ວານເດັນເບີກ ຜູ້ຮັບຜິດຊອບພະແນກວິທະຍາສາດໜ່ວຍໂລກ ແລະ ສວນທໍລະນີຂອງຢູເນັສໂກກ່າວວ່າ: ຢູ່ຈີນ ບໍ່ພຽງແຕ່ມີທິວທັດດ້ານທໍລະນີຈຳນວນຫຼວງຫຼາຍເທົ່ານັ້ນ, ຈີນຍັງໄດ້ຈັດເອົາທິດທັດເຫຼົ່ານີ້ໄປພົວພັນກັບການພັດທະນາຂອງທ້ອງຖິ່ນນຳອີກ. ປັດຈຸບັນ, ຈີນໄດ້ມີສວນທໍລະນີໂລກຂອງອົງການຢູເນັສໂກເຖິງ 47 ແຫ່ງ ເປັນອັນດັບໜຶ່ງໃນໂລກ.