ນໍ້າເປັນປັດໃຈພື້ນຖານແຫ່ງການດຳລົງຊີບ ແລະ ເປັນແຫຼ່ງກຳເນີດຂອງອະລິຍະທຳ

2024-03-29 17:35:08 cri







ນ້ຳເປັນປະໂຫຍດຕໍ່ທຸກສິ່ງຢ່າງ ແລະຫຼໍ່ລ້ຽງທຸກສິ່ງທີ່ມີຊີວິດ. ໃນຖານະເປັນຊັບພະຍາກອນທຳມະຊາດອັນປະເສີດ, ນ້ຳເປັນປັດໃຈພື້ນຖານຕະຫຼອດການ ສຳລັບການດຳລົງຄົງຕົວ ແລະ ພັດທະນາຢ່າງປອດໃສຂອງມະນຸດ, ຍິ່ງເປັນບໍ່ເກີດທີ່ສຳຄັນໃນການບົ່ມເພາະອະລິຍະທຳທີ່ຍິ່ງໃຫຍ່.

ວັນທີ 14 ພຶດສະພາ 2021, ໃນເວລາປະກອບຄຳເຫັນໃນກອງປະຊຸມສຳມະນາ ກ່ຽວກັບການຊຸກຍູ້ການພັດທະນາໂຄງການສືບຕໍ່ຈາກໂຄງການສົ່ງນ້ຳຈາກພາກໃຕ້ ໄປສູ່ພາກເໜືອດ້ວຍຄຸນນະພາບສູງ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ຊີ້ໃຫ້ເຫັນຄວາມສຳຄັນຂອງນ້ຳ: ນໍ້າເປັນປັດໃຈພື້ນຖານແຫ່ງການດຳລົງຊີບ ແລະເປັນແຫຼ່ງກຳເນີດຂອງອະລິຍະທຳ.

ໃນຖານະທີ່ນໍ້າເປັນປັດໃຈພື້ນຖານແຫ່ງການດຳລົງຊີບ ແລະ ເປັນແຫຼ່ງກຳເນີດຂອງອະລິຍະທຳ, ຄວາມສຳຄັນຂອງນ້ຳຍ່ອມເປັນທີ່ຮູ້ດີແກ່ໃຈຂອງທຸກຄົນຢູ່ແລ້ວ. ຕັ້ງແຕ່ບູຮານນະການຈົນມາເຖິງທຸກມື້ນີ້, ການເລືອກດຳລົງຊີວິດ ແລະ ຕັ້ງຖິ່ນຖານຢູ່ຕາມບໍລິ ເວນແຫຼ່ງນ້ຳ ແມ່ນກົດເກນການດຳລົງຄົງຕົວ ແລະ ການພັດທະນາຂອງມະນຸດ. ບໍ່ວ່າຈະເປັນວິວັດທະນາການຂອງປະຫວັດ ສາດ, ຄວາມຮຸ່ງເຮືອງສີວິໄລຂອງສັງຄົມຫຼືຄວາມກ້າວໜ້າຂອງມະນຸດ ລ້ວນແຕ່ບໍ່ສາມາດປັດສະຈາກການຫຼໍ່ລ້ຽງຂອງນ້ຳໄດ້.



ອະລິຍະທຳປຽບເໝືອນນ້ຳທີ່ຫຼໍ່ລ້ຽງທຸກສິ່ງຢ່າງແບບງຽບໆ. 4 ປະເທດອະລິຍະທຳບູຮານຢູ່ໃນໂລກ ລ້ວນແຕ່ກຳເນີດຈາກບໍລິເວນດິນແດນແຄມແມ່ນ້ຳ, ເປັນຂອງຄູ່ກັນກັບນ້ຳ, ຊ່ວຍຊູຍູ້ໜູນກັນຢ່າງກົມກຽວຄື: ອະລິຍະທຳບາບີລອນບູຮານ ກຳເນີດຈາກດິນແດນລ່ອງແມ່ນ້ຳຕິກເຣ(Tigris) ແລະ ແມ່ນ້ຳເອີຟຣັດ(Euphrates), ອະລິຍະທຳເອຢິບບູຮານ ກຳເນີດຈາກດິນແດນລ່ອງແມ່ນ້ຳນິນ, ອະລິຍະທຳອິນເດຍບູຮານ ກຳເນີດຈາກດິນແດນລ່ອງແມ່ນ້ຳສິນທຸ-ຄົງຄາ, ສ່ວນອະລິຍະທຳຈີນ ກຳເນີດຈາກດິນແດນລ່ອງແມ່ນ້ຳເຫຼືອງ ແລະດິນແດນລ່ອງແມ່ນ້ຳຢາງຊີກ້ຽງ.



ໃນສວນດອກໄມ້ຂອງອະລິຍະທຳໂລກ, ອະລິຍະທຳຈີນເປັນອະລິຍະທຳອັນຍິ່ງໃຫຍ່ທີ່ບໍ່ເຄີຍຂາດສະບັ້ນ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງຈົນມາເຖິງທຸກມື້ນີ້ພຽງໜຶ່ງດຽວ, ວັດທະນະທຳຂອງອະລິຍະທຳຈີນ ແມ່ນໄດ້ຮັບການຫຼໍ່ລ້ຽງຈາກແມ່ນ້ຳ ຈຶ່ງຂະຫຍາຍຕົວຂຶ້ນຢ່າງອຸດົມສົມບູນ. ວັດຖຸບູຮານທີ່ເປັນມິ່ງຂວັນຂອງຊາດທີ່ມີສະຫງ່າລາສີຕ່າງໆເຊັ່ນ: “ຕົ້ນໄມ້ສັກສິດທອງສຳລິດ”, ໜ້າກາກທອງສຳລິດ, ໂອດິນເຜົາລວດລາຍການຟ້ອນທີ່ມີສີສັນຂອງສະໄໝຍຸກຫີນໃໝ່, ອອງເຕົ່າ ແລະກະດູກສັດທີ່ຮ່ອງຮອຍບູຮານສະຖານຢິ່ນຊວີ່ ລ້ວນແຕ່ກຳເນີດມາຈາກອະລິຍະທຳດິນແດນລ່ອງແມ່ນ້ຳເຫຼືອງແລະດິນແດນລ່ອງແມ່ນ້ຳຢາງຊີກ້ຽງ, ເມື່ອເຫັນແລ້ວຈະເຮັດໃຫ້ຄົນຫວນຄືນເຖິງພາບໃນສະໄໝບູຮານເມື່ອພັນປີກ່ອນ. ປຶ້ມ “ຕ່າວເຕີຈິ່ງ” ຕຳລາປັດຊະຍາຈີນສະບັບປະຖົມມະເລີກໄດ້ລະບຸສຳນວນທີ່ວ່າ “ຄວາມດີປຽບເໝືອນນ້ຳ”  ໝາຍຄວາມວ່າ  ຜູ້ມີຄຸນສົມບັດທີ່ດີຈະມີຄຸນທາດປຽບເໝືອນນ້ຳທີ່ສ້າງຜົນປະໂຫຍດໃຫ້ກັບທຸກສິ່ງຢ່າງ ແຕ່ບໍ່ສະແຫວງຫາຜົນປະໂຫຍດແລະຊື່ສຽງສ່ວນຕົວ ເຊິ່ງສະຕິປັນຍາຕາເວັນອອກອັນນີ້ໄດ້ສືບທອດຈົນມາເຖິງປັດຈຸບັນ.



ຄວາມດີປຽບເໝືອນນ້ຳ, ໃຈກວ້າງປຽບເໝືອນທະເລ. ມີພຽງແຕ່ອະລິຍະທຳທີ່ເຄື່ອນໄຫຼ, ກວມລວມ ແລະ ເປີດກວ້າງເທົ່ານັ້ນຈຶ່ງຈະສາມາດເຜີຍແຜ່ຢ່າງກວ້າງຂວາງຢູ່ໃນໂລກ ເພື່ອແລກປ່ຽນ, ຖອດຖອນຮຽນຮູ້ເຊິ່ງກັນ ແລະ ກັນໄດ້.


ເມື່ອເບິ່ງໃນປະຫວັດສາດແລ້ວເຫັນວ່າ, ເສັ້ນທາງສາຍໄໝທາງທະເລທີ່ປາກົດຂຶ້ນມາຕັ້ງແຕ່ສະໄໝລາຊະວົງສິນ ແລະ ລາຊະວົງຮັ້ນ (ກ່ອນຄສ 221  ຫາຄສ 220) ໄດ້ບັນທຶກຂະບວນວິວັດແຫ່ງການຄົມມະນາຄົມ, ການແລກປ່ຽນ ແລະ ການໄປມາຫາສູ່ກັນລະຫວ່າງປະຊາຊາດຈີນກັບຕ່າງປະເທດ ເຊິ່ງກາຍເປັນໜຶ່ງໃນບັນດາຂົວຕໍ່ແຫ່ງການແລກປ່ຽນກັບຕ່າງປະເທດຂອງອະລິຍະທຳຈີນ. ກຳປັ່ນບັນທຸກຜ້າໄໝ້, ເຄື່ອງເຄືອບ ແລະ ໃບຊາຂອງຈີນເດີນເຮືອຢ່າງສະຫງ່າຜ່າເຜີຍ ຜ່ານເສັ້ນທາງສາຍໄໝທາງທະເລໄປສູ່ທົ່ວໂລກ, ສິນຄ້າທີ່ມາຈາກຕ່າງປະເທດເຊັ່ນ: ເຄື່ອງເທດ, ໂມງ, ແຜ່ນແພຝ້າຍ ແລະ ອື່ນໆໄດ້ເສີມຂະຫຍາຍຊີວິດດ້ານວັດຖຸ ແລະ ວັດທະນະທຳຂອງປະຊາຊົນຈີນໃຫ້ອຸດົມສົມບູນຂຶ້ນ.

ປະເທດຕາເວັນອອກ ແລະ ປະເທດຕາເວັນຕົກດຳເນີນການໄປມາຫາສູ່ກັນດ້ານເສດຖະກິດການຄ້າ ແລະ ວັດທະນະທຳ, ຖອດຖອນບົດຮຽນ ແລະ ແລກປ່ຽນເຊິ່ງກັນ ແລະກັນ ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງພາບອັນສະຫງ່າລາສີທີ່ອະລິຍະທຳຕ່າງໆປະສົມປະສານກັນ.

ເສັ້ນທາງສາຍໄໝທາງທະເລໄດ້ອອກໄປສູ່ທຸກທິດທາງ ແລະ ມີປະຫວັດຄວາມເປັນມາແຕ່ສະໄໝບູຮານຈົນເຖິງປັດຈຸບັນ, ອະນາຈັກທະເລສີຟ້າອັນກວາງໃຫຍ່ໄພສານແຫ່ງນີ້ ບໍ່ພຽງແຕ່ເປັນເສັ້ນທາງແຫ່ງເສດຖະກິດການຄ້າສາຍໜຶ່ງ ເທົ່ານັ້ນ ຍິ່ງເປັນເສັ້ນທາງແຫ່ງວັດທະນະທຳອີກດ້ວຍ.

ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກກອມມູນິດຈີນ ເມື່ອປີ 2012 ເປັນຕົ້ນມາ, ທ່ານສີຈິ້ນຜິງ ໄດ້ກ່າວຄຳປາໄສສຳຄັນຕ່າງໆ ໂດຍໄດ້ຊີ້ແຈງຄຸນຄ່າຂອງຍຸກສະໄໝ ແລະ ຄວາມໝາຍສຳຄັນຂອງນ້ຳທີ່ເປັນແຫຼ່ງກຳເນີດອະລິຍະທຳ: “ແມ່ນ້ຳຢາງຊີກ້ຽງໄດ້ຊຸບຫຼໍ່ປະຫວັດຄວາມເປັນມາພັນປີດ້ານວັດທະນະທຳຈາກດິນແດນເສສວນ ຈົນຮອດເຂດພາກໃຕ້ແມ່ນ້ຳຢາງຊີກ້ຽງ, ເປັນເຄື່ອງໝາຍຕົວແທນຂອງຊົນຊາດຈີນ ແລະ ເປັນສັນຍາລັກທີ່ເປັນຂີດໝາຍຂອງອະລິຍະທຳຈີນ.” “ວັດທະນະທຳແມ່ນ້ຳເຫຼືອງເປັນສ່ວນປະກອບອັນສຳຄັນຂອງອະລິຍະທຳຈີນ, ເປັນຮາກເຫງົ້າ ແລະ ມິ່ງຂວັນຂອງຊົນຊາດຈີນ.” “ຄອງນ້ຳໃຫຍ່ປັກກິ່ງ-ຫາງໂຈ່ວເປັນຄອງນ້ຳທີ່ມະນຸດສ້າງຂຶ້ນທີ່ມີຄວາມຍາວທີ່ສຸດຢູ່ໃນໂລກ, ເປັນມໍລະດົກທາງວັດທະນະທຳອັນປະເສີດທີ່ສຸດ.”

ວັນທີ 2 ມິຖຸນາ 2023, ໃນໂອກາດກ່າວຄຳປາໄສໃນກອງປະຊຸມສຳມະນາ ການສືບທອດ ແລະ ພັດທະນາວັດທະນະທຳ, ທ່ານສີຈິ້ນຜິງໄດ້ສັງເຂບໃນລະດັບສູງກ່ຽວກັບເອກະລັກພົ້ນເດັ່ນຕ່າງໆ ຂອງອະລິຍະທຳຈີນເຊັ່ນ: “ອະລິຍະທຳຈີນມີລັກສະນະສັນຕິພາບອັນພົ້ນເດັ່ນ” ເປັນຕົ້ນ.

ການເຊື່ອມໂຍງດ້ານອະລິຍະທຳແມ່ນບໍ່ສາມາດຂວາງກັ້ນໄດ້, ການຢູ່ຮ່ວມກັນໂດຍສັນຕິເປັນກະແສຫຼັກຂອງໂລກ. ເມື່ອໜຶ່ງປີກ່ອນ, ຄືວັນທີ 15 ມີນາ2023, ທ່ານສີຈິ້ນຜິງໄດ້ສະເໜີຂໍ້ລິເລີ່ມອະລິຍະທຳໂລກເປັນຄັ້ງທຳອິດ. ຄືດັ່ງນັກວິຊາການສາກົນໄດ້ເວົ້າວ່າ: “ນີ້ເປັນຂໍ້ລິເລີ່ມສັນຕິພາບອັນຍິ່ງໃຫຍ່ທີ່ສຸດທີ່ປະເທດໃຫຍ່ ແລະ ອະລິຍະທຳທີ່ຍິ່ງໃຫຍ່ໄດ້ສະເໜີຕໍ່ປະຊາຊົນທົ່ວໂລກ.”

ນໍ້າເປັນປັດໃຈພື້ນຖານແຫ່ງການດຳລົງຊີບ ແລະ ເປັນແຫຼ່ງກຳເນີດຂອງອະລິຍະທຳ, ຍິ່ງເປັນພື້ນຖານແຫ່ງສັນຕິພາບ.ວັນທີ  26 ມີນາ 2024, ກອງປະຊຸມເວທີເປິກສາຫາລືອາຊີໂປອາວ 2024 ໄດ້ຈັດຂຶ້ນຢູ່ຕາແສງໂປອາວແຂວງໄຫຫຼຳຈີນ. ເມື່ອຫວນຄືນເຖິງກອງປະຊຸມເວທີເປິກສາຫາລືອາຊີໂປອາວໃນທຸກປີຜ່ານມາ, ຄຳສັບສຳຄັນຕ່າງໆເຊັ່ນ: ສັນຕິພາບ, ການພັດທະນາ, ສາມັກ ຄີ, ການຮ່ວມມື ແລະອື່ນໆ ໄດ້ຖືກກ່າວເຖິງມາຫຼາຍຄັ້ງ. ໃນພິທີເປີດກອງປະຊຸມເວທີເປິກສາຫາລືອາຊີໂປອາວ 2022, ທ່ານສີຈິ້ນຜິງໄດ້ກ່າວຄຳປາໄສສຳຄັນ ໂດຍເນັ້ນໜັກໃຫ້ປະເທດຕ່າງໆ ຄວນໄປຕາມກະແສຍຸກສະໄໝແຫ່ງສັນຕິພາບ, ການພັດທະນາ, ການຮ່ວມມື ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ມຸ່ງໜ້າສູ່ທິດທາງອັນຖືກຕ້ອງແຫ່ງການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ ເພື່ອຮ່ວມກັນຮັບມືກັບສິ່ງທ້າທາຍ ແລະ ຮ່ວມມືກັນສ້າງອະນາຄົດ.

ໃນຫຼາຍປີມານີ້, ໃນຖານະເປັນສຽງດົນຕີປະກອບພິທີການ ຂອງກອງປະຊຸມເວທີເປິກສາຫາລືອາຊີໂປອາວ,  ເພງ “ນ້ຳວ້ານສວນໃສເຢັນ” ໄດ້ກາຍເປັນສຽງດົນຕີທີ່ດັງກ້ອງຂຶ້ນຢູ່ສະຖານທີ່ຈັດກອງປະຊຸມ ແລະ ຖືກເຜີຍແຜ່ອອກໄປຢ່າງກວ້າງຂວາງ. ສ່ວນຢູ່ນອກສະຖານທີ່ຈັດປະຊຸມ, ແມ່ນ້ຳວ້ານສວນທີ່ໃສເຢັນກັບແມ່ນ້ຳຈິວສວີຈ່ຽງ, ແມ່ນ້ຳໂຫຼງກຸນໄດ້ໄຫຼປ່ອງໃສ່ກັນທີ່ຕາແສງໂປອາວ ໂດຍນຳເອົາຄວາມປາຖະໜາອັນດີງາມຄື ສິວິໄລ, ສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ໄຫຼປ່ອງໃສ່ທະເລອັນກວ້າງໃຫຍ່ໄພສານ ແລະ ໄຫຼແຮງໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ.