ທ່ານຟຸຄຸດະ ຢາສຸໂອ ອະດີດນາຍົກຍີ່ປຸ່ນຄອງຄອຍຈີນປະກອບສ່ວນກຳລັງຢ່າງຕໍ່ເນື່ອງໃຫ້ເສດຖະກິດໂລກ

2024-03-29 11:40:31 CRI

 

    ຫວ່າງມໍ່ໆມານີ້,ໃນເວລາໃຫ້ສຳພາດຕໍ່ນັກຂ່າວວິທະຍຸໂທລະພາບສູນກາງຈີນຫຼື CMG, ທ່ານຟຸຄຸດະ ຢາສຸໂອ ປະທານຄະນະກຳມະການທີ່ເປິກສາຂອງເວທີເປິກສາຫາລືອາຊີໂປອາວ ອະດີດນາຍົກລັດຖະມົນຕີຍີປຸ່ນກ່າວວ່າ: ເສດຖະກິດຈີນມີອິດທິພົນອັນໃຫຍ່ຫຼວງຕໍ່ເສດຖະກິດໂລກ, ຄອງຄອຍຈີນພະຍາຍາມພັດທະນາເສດຖະກິດຂອງປະເທດຕົນ ແລະ ປະກອບສ່ວນກຳລັງຢ່າງຕໍ່ເນື່ອງເພື່ອຊຸກຍູ້ໃຫ້ເສດຖະກິດໂລກພັດທະນາຢ່າງໜັກແໜ້ນ.


    ທ່ານຟຸຄຸດະ ຢາສຸໂອກ່າວຕື່ມວ່າ: ປັດຈຸບັນ, ການຄົ້ນຄວ້າເຕັກນິກໄດ້ຖືກພັດທະນາຂຶ້ນຢ່າງວ່ອງໄວທີ່ສຸດ, ທິດທາງການພັດທະນາໃນອະນາຄົດຂອງສັງຄົມມວນມະນຸດ ແລະ ເສັ້ນທາງຢູ່ຮ່ວມກັນລະຫວ່າງບັນດາປະເທດໃນໂລກລ້ວນແຕ່ແມ່ນຫົວຂໍ້ທີ່ເປັນຕາຄິດ ແລະ ຫາລືກັນ, ສ່ວນໂອກາດດ້ານກາຄ້າໃນນັ້ນກໍ່ເປັນຜົນປະໂຫຍດທີ່ເປັນຕາຄິດຂອງຄົນທັງຫຼາຍໄດ້ຄົ້ນຫາ,ຫວັງວ່າເວທີເປິກສາຫາລືໃນເທື່ອນີ້ຈະສາມາດໄດ້ຮັບເອົາຜົນງານທີ່ສຳຄັນໃນດ້ານນີ້.