ປະທານາທິບໍດີອູແກຣນຮຽກຮ້ອງໃຫ້ສະພາຕ່ຳອາເມຣິກາຈົ່ງມີຫຼັກໝັ້ນທີ່ເປັນເອກະພາບກັນຕໍ່ກັບບັນຫາການຊ່ວຍເຫຼືອອູແກຣນ

2024-03-29 14:43:05 cri

 

    ວັນທີ 28 ມີນານີ້, ທ່ານໂວໂລດິເມຍ ເຊເລັນສະກີ ປະທານາທິບໍດີອູແກຣນ ໄດ້ແຈ້ງຂ່າວຜ່ານສື່ສັງຄົມອອນລາຍວ່າ: ໃນມື້ດຽວກັນ, ທ່ານເອງໄດ້ເຈລະຈາທາງໂທລະສັບກັບທ່ານ ໄມຄ໌ ຈອນຊັນ ປະທານສະພາຕ່ຳອາເມຣິກາ.

    ທ່ານໂວໂລດິເມຍ ເຊເລັນສະກີກ່າວວ່າ: ເຖິງວ່າພາຍໃນສະພາຕ່ຳອາເມຣິກາຈະມີຫຼັກໝັ້ນທີ່ແຕກຕ່າງກັນຫຼາຍປະການກໍຕາມ, ແຕ່ສິ່ງສຳຄັນແມ່ນຕ້ອງມີຄວາມເປັນເອກະພາບກັນຕໍ່ກັບບັນຫາການຊ່ວຍເຫຼືອອູແກຣນ.