ຟີລິບປິນກໍ່ເລື່ອງອີກຮອບໃໝ່ຢູ່ທະເລຈີນໃຕ້ແມ່ນຍ້ອນສາເຫດຫຍັງ?

2024-03-29 22:15:53 cri

ໃນໄລຍະມໍ່ໆມານີ້, ຟີລິບປິນກຳລັງກໍ່ເລື່ອງຢູ່ທະເລຈີນໃຕ້ນັບມື້ນັບຫຼາຍຂຶ້ນ.

ນັບແຕ່ຕົ້ນເດືອນມີນານີ້ເປັນຕົ້ນມາ, ຟີລິບປິນໄດ້ເພີ່ມການທ້າທາຍເກາະຜິດຢູ່ເຂດທະເລໃກ້ກັບຫາດຕື້ນເຢີນອ້າຍ. ວັນທີ 5 ມີນານີ້, ເຮືອຂົນສົ່ງວັດສະດຸ 2 ລຳ ແລະ ເຮືອຕຳຫຼວດທະເລ 2 ລຳ ໄດ້ລ່ວງເຂົ້າເຂດທະເລໃກ້ກັບຫາດຕື້ນເຢີນອ້າຍຢ່າງຜິດກົດໝາຍ ເພື່ອຂົນສົ່ງວັດສະດຸກໍ່ສ້າງ ແລະ ວັດຖຸອື່ນໆໃຫ້ແກ່ກຳປັ່ນສູ້ຮົບຂອງຕົນທີ່ຕັ້ງໃຈຄ້າງຢູ່ເຂດທະເລດັ່ງກ່າວ ພ້ອມທັງຕັ້ງແກ້ງຕຳໃສ່ເຮືອຕຳຫຼວດທະເລຈີນ. ຫຼັງຈາກນັ້ນ 18 ວັນ ຄືວັນທີ 23 ມີນານີ້, ຟີລິບປິນໄດ້ລະເມີດຄຳໝັ້ນສັນຍາອີກຄັ້ງໜຶ່ງ ໂດຍແຕ່ງຕັ້ງເຮືອຂົນສົ່ງວັດສະດຸລຳ 1 ແລະ ເຮືອຕຳຫຼວດທະເລ 2 ລຳລ່ວງເຂົ້າເຂດທະເລໃກ້ກັບຫາດຕື້ນເຢີນອ້າຍຢ່າງຜິດກົດໝາຍ.

ຟີລິບປິນກໍ່ເລື່ອງຢູ່ທະເລຈີນໃຕ້ເລື້ອຍໆໃນໄລຍະມໍ່ໆມານີ້ ແມ່ນມີຈຸດປະສົງຄືແນວໃດ?

ກ່ອນອື່ນ, ຟີລິບປິນຫວັງຢາກເສກສັນປັ້ນແຕ່ງເລື່ອງ,ນິນທາພາບພົດຂອງຈີນໃນສາກົນ ເພື່ອຂະຫຍາຍເຈດຈຳນົງຂອງຟີລິບປິນເອງທີ່ມີຕໍ່ທະເລຈີນໃຕ້. ການເຄື່ອນໄຫວທ້າທາຍເກາະຜິດຂອງຟີລິບປິນໃນຫວ່າງມໍ່ໆມານີ້ມີຄວາມເປັນການສະແດງຢ່າງເຕັມທີ່. ຍົກຕົວຢ່າງຄື: ນັກຂ່າວ CNN ຂອງອາເມຣິກາໄດ້ມີສ່ວນຮ່ວມໃນການເຄື່ອນໄຫວດັ່ງກ່າວ, ຖ່າຍວີດີໂອທີ່ເຮືອຈີນ ແລະ ຟີລິບປິນ “ເປັນປໍລະປັກກັນ” ພ້ອມທັງເຜີຍແຜ່ທາງອິນເຕີເນັດ ເພື່ອຫວັງຢາກບິດເບືອນຄວາມຈິງ ແລະ ສ້າງຄວາມເຂົ້າໃຈຜິດໃຫ້ແກ່ຫາງສຽງສາກົນ.

ນອກນີ້, ຟີລິບປິນຫວັງຢາກສ້າງຂໍ້ອ້າງໃຫ້ແກ່ອາເມຣິກາເພື່ອແຊກແຊງເຂົ້າໃນວຽກງານພາກພື້ນ ດ້ວຍການປ່າວຂ່າວລືກ່ຽວກັບບັນຫາທະເລຈີນໃຕ້. ໃນຖານະເປັນລູກນ້ອງອາເມຣິກາ, ຟີລິບປິນໄດ້ສະໜັບສະໜູນອາເມຣິກາຈົນສຸດຄວາມສາມາດຂອງຕົນເພື່ອການຄົງຕົວຂອງອາເມຣິກາຢູ່ພາກພື້ນອາຊີປາຊີຟິກ. ກ່ອນເກີດເຫດການທີ່ຟີລິບປິນລ່ວງເຂົ້າໄປໃນຫາດຕື້ນເຢີນອ້າຍໃນວັນທີ 23 ມີນານີ້, ທ່ານອັນໂຕນີ ບລິນເກນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາໄດ້ໄປຢ້ຽມຢາມຟີລິບປິນ ພ້ອມທັງໄດ້ສະເໜີ “ຄຳໝັ້ນສັນຍາດ້ານຄວາມໝັ້ນຄົງ” ທີ່ມີຕໍ່ຟີລິບປິນອີກຄັ້ງໜຶ່ງ. ຫຼັງຈາກເກີດເຫດການລ່ວງລໍ້າເຂົ້າຫາດຕື້ນເຢີນອ້າຍແລ້ວ, ໂຄສົກກະຊວງການຕ່າງປະເທດອາເມຣິກາໄດ້ສະແດງທ່າທີໃນທັນທີ ເພື່ອບິດເບືອນຄວາມຈິງ ແລະ ໂຈມຕີການກະທຳປົກປ້ອງອະທິປະໄຕຂອງຈີນ. ສາມາດເວົ້າໄດ້ວ່າ: ເລື່ອງດັ່ງກ່າວເບິ່ງແລ້ວແມ່ນກົນອຸບາຍຂອງຟີລິບປິນ, ແຕ່ທີ່ຈິງແລ້ວແມ່ນອາເມຣິກາເປັນຜູ້ບົງການຢູ່ເບື້ອງຫຼັງ, ໃນທີ່ສຸດແມ່ນຮັບໃຊ້ສິດເຈົ້າອຳນາດຂອງອາເມຣິກາເອງ.