ຟິລິບປິນແມ່ນຜູ້ຮັບຜົນຮ້າຍໃນບັນຫາທະເລຈີນໃຕ້ຫວາ?

2024-03-29 14:48:17 cri


   ໃນກອງປະຊຸມຖະແຫຼງຂ່າວຂອງກະຊວງການຕ່າງປະເທດຈີນທີ່ຈັດຂຶ້ນໃນວັນທີ 28 ມີນານີ້, ມີສື່ມວນຊົນຕ່າງປະເທດຕັ້ງຄຳຖາມວ່າ: ໂຄສົກກະຊວງການຕ່າງປະເທດຈີນກ່າວທາງສື່ສັງຄົມອອນລາຍວ່າ: ສື່ມວນຊົນຟິລິບປິນໄດ້ຕັດຕໍ່ຢ່າງບໍ່ເປັນທຳຕໍ່ວີດີໂອທີ່ໄດ້ຖ່າຍຢູ່ທະເລຈີນໃຕ້ ເຊິ່ງບັນຍາຍໃຫ້ຟິລິບປິນເປັນຜູ້ຮັບຜົນຮ້າຍ. ສະມາຄົມສື່ມວນຊົນຕ່າງປະເທດຟິລິບປິນສະແດງຄວາມບໍ່ພໍໃຈຢ່າງແຮງຕໍ່ກັບເລື່ອງນີ້, ທັງເນັ້ນໜັກວ່າ ສື່ມວນຊົນຟິລິບປິນເປັນເອກະລາດທີ່ບໍ່ຮັບການຄວບຄຸມຈາກລັດຖະບານ. ຈີນມີຄວາມເຫັນຄືແນວໃດຕໍ່ກັບເລື່ອງນີ້?

   ທ່ານລີນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວຕອບໂຕ້ດ້ວຍຄຳຖາມ 5 ຂໍ້ຕໍ່ການກະທຳແລະຄຳເວົ້າຂອງຟີລີບປິນທີ່ປີ້ນຈາກຂາວເປັນດຳໃນບັນຫາທະເລຈີນໃຕ້.

   ທ່ານລີນຈ້ຽນຊີ້ໃຫ້ເຫັນວ່າ: ຖະແຫຼງການທີ່ກ່ຽວຂ້ອງໄດ້ປົກປິດຄວາມເປັນຈິງ ແລະປີ້ນຂວ້ຳສິ່ງຖືກແລະສິ່ງຜິດ. ຈີນໄດ້ຄັດຄ້ານຕໍ່ເລື່ອງນີ້ຢ່າງເດັດຂາດ.

   “ແມ່ນໃຜທີ່ໄດ້ກໍ່ເລື່ອງເກາະຜິດໃນບັນຫາທະເລຈີນໃຕ້ຂຶ້ນມາເລື້ອຍໆ? ແມ່ນໃຜທີ່ລະເມີດຄວາມຮັບຮູ້ທີ່ເປັນເອກະພາບກັນຂອງສອງຝ່າຍແລະຝືນກັບຄຳໝັ້ນສັນຍາຂອງຕົນ? ແມ່ນໃຜທີ່ສ້າງໂຕເອງເປັນຜູ້ກຳກັບເພື່ອສ້າງຄວາມເຄັ່ງຕຶງຂຶ້ນ? ແມ່ນໃຜທີ່ຮ່ວມກັບອິດທິກຳລັງພາຍນອກມາແຊກແຊງເລື່ອງນີ້? ຈີນໄດ້ແນະນຳສະພາບທີ່ກ່ຽວຂ້ອງຢ່າງລະອຽດຫຼາຍເທື່ອຢູ່ສະຖານທີ່ຕ່າງໆ, ແຕ່ລະເທື່ອ ກິດຈະກຳຂອງຝ່າຍຟິລິບປິນໄດ້ຈັດວາງນັກຂ່າວຫຼາຍຄົນ ເຊິ່ງລວມທັງນັກຂ່າວຂອງປະເທດຝ່າຍທີສາມຈຳນວນໜຶ່ງໄປຕິດຕາມຖ່າຍຮູບແລະວີດີໂອ, ຟິລິບປິນມີເຈຕະນາຫຍັງແດ່?”