ໜ່ວຍງານປະສົມຫຼາຍພາກສ່ວນຂອງຈີນທີ່ເດີນທາງໄປປາກິດສະຖານແລະສະຖານທູດຈີນປະຈຳປາກິດສະຖານຮ່ວມກັນໄວ້ອາໄລຕໍ່ພີ່ນ້ອງຮ່ວມຊາດທີ່ເສຍຊີວິດຢູ່ປາກິດສະຖານ

2024-03-30 14:38:26 CRI

 

ວັນທີ 29 ມີນານິີ້, ໜ່ວຍງານປະສົມຫຼາຍພາກສ່ວນຂອງຈີນທີ່ເດີນທາງໄປປາກິດສະຖານແລະເຈົ້າໜ້າທີ່ທາງການທູດຂອງສະຖານທູດຈີນປະຈຳປາກິດສະຖານໄດ້ເດີນທາງໄປໂຮງໝໍທີ່ກ່ຽວຂ້ອງຢູ່ນະຄອນຣາວພີນດີແຂວງປັນຈາບທາງພາກຕາເວັນອອກຂອງປາກິດສະຖານ, ເພື່ອສະແດງຄວາມໄວ້ອາໄລຮ່ວມຕໍ່ພີ່ນ້ອງຮ່ວມຊາດຈີນ 5 ຄົນທີ່ໄດ້ເສຍຊີວິດໃນເຫດການໂຈມຕີແບບກໍ່ການຮ້າຍທີ່ໄດ້ເກີດຂຶ້ນໃນຫວ່າງກ່ອນນີ້ບໍ່ດົນ.

 

ໃນວັນທີ 26 ມີນານີ້ຕາມເວລາທ້ອງຖິ່ນ, ລົດທີ່ກຳລັງປະຕິບັດໜ້າທີ່ໂຄງການເຂື່ອນໄຟຟ້ານ້ຳຕົກດາສູທີ່ແຂວງໄຄເປີປັກຕຸນຄວາຂອງປາກິດສະຖານເຊິ່ງຮັບເໝົາການກໍ່ສ້າງໂດຍວິສາຫະກິດຈີນຖືກຮັບການໂຈມຕີແບບກໍ່ການຮ້າຍຢູ່ກາງທາງ, ເປັນເຫດເຮັດໃຫ້ມີຄົນຈີນເສຍຊີວິດ 5 ຄົນ ແລະຄົນປາກິດສະຖານເສຍຊີວິດ 1 ຄົນ.