ອັດກອງປະຊຸມເວທີເປິກສາຫາລືອາຊີໂປອາວປະຈຳປີ 2024

2024-03-30 15:07:56 cri

      ຕອນບ່າຍວັນທີ 29 ເມສານີ້, ກອງປະຊຸມເວທີເປິກສາຫາລືອາຊີໂປອາວປະຈຳປີ 2024 ທີ່ໄດ້ດຳເນີນເປັນເວລາ 4 ວັນໄດ້ອັດລົງຢູ່ນະຄອນໂປອາວແຂວງໄຫຫຼຳຂອງຈີນ. ຜູ້ຕາງໜ້າຈາກ 60 ກວ່າປະເທດແລະເຂດແຄວ້ນເກືອບ 2.000 ທ່ານໄດ້ເຂົ້າຮ່ວມກອງປະຊຸມ ໂດຍໄດ້ເປິກສາຫາລືກ່ຽວກັບສະຖານະການຂອງອາຊີແລະຂອງໂລກພ້ອມທັງໄດ້ເຕົ້າໂຮມຄວາມຮັບຮູ້ທີ່ເປັນເອກະພາບກັນດ້ານການຮ່ວມມືແລະການພັດທະນາ.

      ກອງປະຊຸມຄັ້ງນີ້ໄດ້ບັນລຸຄວາມຮັບຮູ້ທີ່ເປັນເອກະພາບກັນຕ່າງໆຫຼາຍຂໍ້ເຊັ່ນ: ມີແຕ່ສາມັກຄີກັນແລະຮ່ວມມືກັນຈຶ່ງຈະສາມາດຮັບມືກັບສິ່ງທ້າທາຍຕ່າງໆຢ່າງດີກວ່າເກົ່າໄດ້; ອາຊີພວມນຳໜ້າຍຸກໃໝ່ແຫ່ງການພັດທະນາແບບຍືນຍົງ; ຈີນແມ່ນເສົາຄ້ຳທີ່ສຳຄັນໃນການພັດທະນາແບບຍືນຍົງຂອງເສດຖະກິດໂລກ; ການປະດິດສ້າງໃໝ່ແມ່ນພະລັງແຮງທີ່ຕໍ່ເນື່ອງໃນການຮັບມືກັບສິ່ງທ້າທາຍແລະຊຸກຍູ້ການພັດທະນາ; ຕ້ອງເລັ່ງລັດການເຄື່ອນໄຫວກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດແລະອື່ນໆ.