ທ່ານປຣາໂບໂວ ສຸບຽນໂຕທີ່ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີອິນໂດເນເຊຍຄົນໃໝ່ ປະທານໃຫຍ່ພັກເກຣິນດຣາອິນໂດເນເຊຍຈະເດີນທາງມາຢ້ຽມຢາມຈີນ

2024-03-30 14:39:22 CRI

 

ວັນທີ 29 ມີນານີ້, ທ່ານນາງຮວ້າຊຸ່ນຢີງ ໂຄສົກກະຊວງການຕ່າງປະເທດຈີນປະກາດວ່າ: ໂດຍຕອບສະໜອງຕາມຄຳເຊີນຂອງທ່ານສີຈິ້ນຜິງ ປະທານປະເທດຈີນ, ທ່ານປຣາໂບໂວ ສຸບຽນໂຕທີ່ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີອິນໂດເນເຊຍຄົນໃໝ່ ປະທານໃຫຍ່ພັກເກຣິນດຣາອິນໂດເນເຊຍຈະເດີນທາງມາຢ້ຽມຢາມຈີນແຕ່ວັນທີ 31 ມີນາຫາວັນທີ 2 ເມສາປີ 2024.