ສື່ມວນຊົນອາເມຣິກາກ່າວວ່າ: ການຄ້າກັບຈີນໄດ້ນຳເອົາຜົນປະໂຫຍດຈຳນວນຫຼາຍໃຫ້ແກ່ອາເມຣິກາ

2024-03-31 17:12:57 cri


    ໜັງສືພິມວໍຊິງຕັນພົສຂອງອາເມຣິກາໄດ້ພິມບົດວິເຄາະໃນຫວ່າງມໍ່ໆມານີ້ ໂດຍລະບຸວ່າ: ການຄ້າກັບຈີນໄດ້ນຳເອົາຜົນປະໂຫຍດຈຳນວນຫຼາຍໃຫ້ແກ່ອາເມຣິກາ, ການຕັດສາຍພົວພັນກັບຈີນແມ່ນເລື່ອງທີ່ບໍ່ສົມເຫດສົມຜົນແຕ່ຢ່າງໃດ, ຜົນຕາມຫຼັງທີ່ບັງຄັບໃຫ້ຕັດສາຍພົວພັນແມ່ນມີລັກສະນະໄພພິບັດ.

    ບົດຄວາມຍັງລະບຸວ່າ: ໃນດ້ານການຄ້າສິນຄ້າທີ່ຈັບຕ້ອງໄດ້, ຍອດມູນຄ່າສົ່ງອອກສິນຄ້າທີ່ຈັບຕ້ອງໄດ້ສູ່ຈີນຂອງອາເມຣິກາໃນປີ 2022 ໄດ້ສ້າງສະຖິຕິໃໝ່ຄັ້ງປະຫວັດສາດ. ປີ 2023, ຜະລິດຕະພັນທີ່ມີຍອດມູນຄ່າສົ່ງອອກສູ່ຈີນຫຼາຍທີ່ສຸດຂອງອາເມຣິກາແມ່ນອາຍແກັສທຳມະຊາດ ແລະ ນ້ຳມັນດິບ. ໃນດ້ານການຄ້າການບໍລິການ, ຈີນກໍແມ່ນຕະຫຼາດສຳຄັນ. ການສົ່ງອອກສູ່ຈີນໄດ້ສ້າງວຽກເຮັດງານທຳ 1 ລ້ານຕຳແໜ່ງໃຫ້ແກ່ອາເມຣິກາ, ໃນນັ້ນ, ການສົ່ງອອກສູ່ຈີນໄດ້ສ້າງວຽກເຮັດງານທຳດ້ານກະສິກໍາ ແລະ ການລ້ຽງສັດຈຳນວນຫຼວງຫຼາຍໃຫ້ແກ່ພາກກາງຂອງອາເມຣິກາ.

    ບົດຄວາມໄດ້ລະບຸຄວາມເຫັນວ່າ: ໃນຖານະເປັນກຸ່ມເສດຖະກິດໃຫຍ່ອັນດັບ 1 ແລະ ອັນດັບ 2 ໃນໂລກ, ເສດຖະກິດອາເມຣິກາ ແລະ ຈີນໄດ້ເພິ່ງພາອາໄສເຊິ່ງກັນ ແລະ ກັນ, ຈີນຍັງແມ່ນຕະຫຼາດສົ່ງອອກອັນສຳຄັນຂອງອາເມຣິກາ, ໂດຍສະເພາະແມ່ນເວົ້າສຳລັບເຂດສຳຄັນດ້ານກະສິກຳຂອງອາເມຣິກາ.