AT&T: ພວມສືບສວນສາເຫດຂໍ້ມູນລູກຄ້າຮົ່ວໄຫຼຢ່າງຫຼວງຫຼາຍ

2024-03-31 14:52:56 cri

ວັນທີ 30 ມີນານີ້, ບໍລິສັດໂທລະສັບ ແລະໂທລະເລກ ຫຼື AT&T ເຊິ່ງເປັນບໍລິສັດໂທລະຄົມອາເມຣິກາໄດ້ອອກຖະແຫຼງການວ່າ: ບໍລິສັດຕົນພວມສືບສວນສາເຫດຂໍ້ມູນລູກຄ້າຮົ່ວໄຫຼຢ່າງຫຼວງຫຼາຍທີ່ເກີດໃນຕົ້ນເດືອນມີນານີ້. ໃນເຫດການດັ່ງກ່າວ, ຂໍ້ມູນຂອງລູກຄ້າໃນປັດຈຸບັນນີ້ປະມານ 7,6 ລ້ານຄົນ ແລະລູກຄ້າໃນອະດີດປະມານ 65,4 ລ້ານຄົນໄດ້ຖືກຮົ່ວໄຫຼຢູ່ເວັບໄຊມືດ.

 

AT&T ຊີ້ໃຫ້ເຫັນວ່າ: ມາຮອດວັນທີ 30 ມີນານີ້, ເຫດການດັ່ງກ່າວຍັງບໍ່ທັນສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ການດຳເນີນທຸລະກິດຂອງບໍລິສັດ. ປັດຈຸບັນນີ້, AT&T ຍັງບໍ່ທັນໄດ້ຄົ້ນພົບແຫຼ່ງການຮົ່ວໄຫຼ.