ຊີວິດໃໝ່ຂອງຊາວສວນຊາຢູ່ປ່າຝົນ

2024-03-31 16:16:21 cri

 

 

    ຢູ່ຕາແສງສຸຍໝານຂອງແຂວງໄຫຫຼຳປະເທດຈີນ, ໃບຊາໄດ້ອອກໃບເຕັມຕົ້ນ ເຊິ່ງໄດ້ເພີ່ມສີຂຽວທີ່ສວຍງາມໃຫ້ແກ່ພູຜາ.

 

    ຕາແສງສຸຍໝາຍຕັ້ງຢູ່ພາກກາງຂອງແຂວງໄຫຫຼຳ, ຊາວບູຮານໄດ້ພັນລະນາພູມສັນຖານແຫ່ງນີ້ວ່າ:  “90% ແມ່ນພູຜາ, 5% ແມ່ນສາຍນ້ຳ, 5% ແມ່ນດິນປູກຝັງ”, ເວົ້າໄດ້ວ່າແມ່ນເຂດພູດອຍແທ້ໆ, ແຕ່ກໍແມ່ນແຫຼ່ງຜະລິດໃບຊາທີ່ສຳຄັນຂອງຈີນ. ສວນຊາທີ່ເປັນພັນເຮັກຕາໄດ້ຄ້ຳຊູຊີວິດການເປັນຢູ່ຂອງຊາວສວນທ້ອງຖິ່ນ. ຫຼັງຈາກສວນສາທາລະນະແຫ່ງຊາດປ່າຝົນເຂດຮ້ອນໄຫຫຼຳສ້າງຕັ້ງຂຶ້ນ, ທີ່ດິນເກືອບ 90% ຂອງຕາແສງສຸຍໝານຖືກຈັດເຂົ້າເປັນເຂດສະຫງວນລະບົບນິເວດ; ໃນຂະນະທີ່ປົກປັກຮັກສາລະບົບນິເວດໃຫ້ດີ, ຊາວສວນຊາພັດມີຄວາມເປັນຫ່ວງເປັນໃຍຕໍ່ທາງອອກຂອງຂະແໜງການໃບຊາຫຼາຍທີ່ສຸດ.



    ທ່ານ ໂຈວ່ຢວີ້ຈິງ ຜູ້ຮັບພິດຊອບສວນຊາໄດ້ຈາກວຽກງານອອກແບບເຮືອນຢູ່ຫັນມາເຮັດຂະແໜງການຊາ. ໃນເມື່ອ 5 ປີກ່ອນ, ເພິ່ນໄດ້ນຳພາທີມງານມາຮອດຕາແສງສຸຍໝານ ແລະ ເລີ່ມຄົ້ນຄວ້າປັບປຸງຮູບແບບການພັດທະນາຂອງຂະແໜງການຊາແບບດັ້ງເດີມ.

 

    ຢູ່ໂຮງງານປຸງແຕ່ງໃບຊາທີ່ຕັ້ງຢູ່ຕີນພູ, ອຸປະກອນແບບອັດສະລິຍະຕ່າງໆ ເຊັ່ນ: ເຄື່ອງນວດໃບຊາ, ເຄື່ອງອົບແຫ້ງ ແລະອື່ນໆມີຄົບຊຸດ. ໃບຊາເດັດໃໝ່ຜ່ານການປຸງແຕ່ງ ແລະ ຫຸ້ມຫໍ່ແລ້ວ ກໍຈະສົ່ງໄປຈຳໜ່າຍຢູ່ຕະຫຼາດພາຍໃນ ແລະ ຕ່າງປະເທດ. ທ່ານ ໂຈວ່ຢວີ້ຈິງ ເວົ້າວ່າ: ຍ້ອນໄດ້ຮັບຜົນປະໂຫຍດຈາກລະບົບນິເວດທີ່ດີໃນເຂດພູອູຈື, ພວກເຮົາຈຶ່ງໄດ້ປູກຊາທີ່ມີຄຸນນະພາບດີ ເພື່ອບຸກຕະຫຼາດລະດັບສູງຂອງຕ່າງປະເທດ ແລະ ຜູ້ບໍລິໂພກທີ່ເປັນໄວໜຸ່ມ, ພວກເຮົາມີຫົວຄິດປະດິດສ້າງໃໝ່ເຂົ້າໃນຜະລິດຕະພັນຊາຢ່າງບໍ່ຢຸດຢັ້ງ ໂດຍມີຊາຖົງທີ່ຊົງງ່າຍ ແລະ ສະດວກ, ເຮັດໃຫ້ຜະລິດຕະພັນພື້ນບ້ານກ້າວເຂົ້າສູ່ຕະຫຼາດສາກົນໄດ້. ປັດຈຸບັນນີ້, ຊາໃບໃຫຍ່ຢູ່ຕາແສງສຸຍໝານໄດ້ກາຍເປັນຜະລິດຕະພັນຕົ້ນຕໍທີ່ສ້າງລາຍຮັບເພີ່ມ ແລະ ຄວາມຮັ່ງມີໃຫ້ແກ່ຊາວບ້ານ.



    ຕາແສງສຸຍໝາຍໄດ້ຖືເອົາໃບຊາເປັນພື້ນຖານ, ນອກຈາກເຮັດແທ້ທຳຈິງໃນການພັດທະນາຜະລິດຕະພັນຊາແລ້ວ, ການເຮັດໃຫ້ຊາ ວັດທະນາທຳ ແລະ ການທ່ອງທ່ຽວເຊື່ອມໂຍງເຂົ້າກັນກໍແມ່ນຮູບແບບໃໝ່ຂອງການພັດທະນາ. ສາລາດື່ມຊາ ແທ່ນຊົມທິວທັດພູຜາ ແລະ ຫໍວັດທະນະທຳຊາໄດ້ສ້າງຕັ້ງໃຫ້ເຊື່ອມຕໍ່ກັນ, ປະຊາຊົນ ແລະ ນັກທ່ອງທ່ຽວໄປຊົມທິວທັດ ດື່ມຊາ ແລະ ສຶກສາຄົ້ນຄວ້າ ກໍນັບມື້ນັບຫຼາຍຂຶ້ນຍ້ອນຊື່ສຽງໂດ່ງດັງຂອງທີ່ນີ້. ນອກຈາກນີ້ແລ້ວ, ເຮືອນຢູ່ ແລະ ການສະແດງສິລະປະທີ່ມີເອກະລັກຂອງຊົນເຜົ່າສ່ວນໜ້ອຍຂອງທ້ອງຖິ່ນ ກໍໄດ້ປະສານສົມທົບກັບວັດທະນະທຳຊາ ກາຍເປັນສີສັນໃໝ່ທີ່ດຶງດູດນັກທ່ອງທ່ຽວທັງຫຼາຍໄປພັກຜ່ອນຢ່ອນອາລົມ.