ສາງລູກປືນແຫ່ງໜຶ່ງຂອງອິນໂດເນເຊຍໄດ້ເກີດເຫດການລະເບີດ

2024-03-31 14:52:16 cri

ອົງການດັບເພີງອິນໂດເນເຊຍແຈ້ງຂ່າວໃຫ້ຮູ້ວ່າ: ໃນຕອນຄ່ຳວັນທີ 30 ມີນານີ້, ສາງລູກປືນແຫ່ງໜຶ່ງຢູ່ເກາະຈາວາປະເທດອິນໂດເນເຊຍໄດ້ເກີດເຫດການລະເບີດ, ປັດຈຸບັນນີ້, ຍັງບໍ່ທັນມີການລາຍງານວ່າມີຜູ້ເສຍຊີວິດ ແລະບາດເຈັບເທື່ອ. ໄຟໄໝ້ສາງລູກປືນໄດ້ຖືກດັບມອດໃນຕອນເຊົ້າວັນທີ 31 ມີນານີ້.

 

ເຈົ້າໜ້າທີ່ການທະຫານອິນໂດເນເຊຍກ່າວວ່າ: ຢູ່ໃນສາງລູກປືນທີ່ໄດ້ລະເບີດມີລູກປືນທີ່ໝົດອາຍຸຢ່າງຫຼວງຫຼາຍ, ການລະເບີດອາດເກີດຂຶ້ນຍ້ອນລູກປືນໝົດອາຍຸ. ປັດຈຸບັນນີ້, ໜ່ວຍງານປະສົມລະຫວ່າງກອງທັບ ແລະຕຳຫຼວດອິນໂດເນເຊຍພວມສືບສວນສາເຫດການລະເບີດຢູ່.