ອົງການຈັດຕັ້ງຫຼາຍອົງການຂອງສປຊຮຽກຮ້ອງອີກຄັ້ງໃຫ້ຢຸດຍິງແບບມະນຸດສະທຳຢູ່ເຂດກາຊາໃນທັນທີ

2024-03-31 16:49:27 cri


   ນັບແຕ່ເກີດການປະທະກັນຂະໜາດໃຫຍ່ລະຫວ່າງປາແລັດສະຕີນກັບອິດສະລາແອນຮອບນີ້ເປັນຕົ້ນມາ, ສະພາບການມະນຸດສະທຳຢູ່ເຂດກາຊາຊຸດຮ້າຍລົງຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນນັບມື້ນັບລຳບາກ.

   ວັນທີ30ມີນານີ້, ອົງການສະຫະປະຊາຊາດໄດ້ຮຽກຮ້ອງອີກຄັ້ງໃຫ້ຢຸດຍິງແບບມະນຸດສະທຳຢູ່ເຂດກາຊາໃນທັນທີ ເພື່ອກອບກູ້ຊີວິດຂອງຊາວທ້ອງຖິ່ນ.

   ວັນທີ30ມີນານີ້, ກອງທຶນເພື່ອເດັກນ້ອຍສປຊອອກຖະແຫຼງການວ່າ: ສຳລັບເດັກນ້ອຍຢູ່ເຂດກາຊາໃນປັດຈຸບັນ, ຢູ່ເຂດກາຊາ ມີບ່ອນໃດແມ່ນປອດໄພ. ໂອກາດດີທີ່ສຸດທີ່ກອບກູ້ຊີວິດຂອງປະຊາຊົນເຂດກາຊາແລະສິ້ນສຸດຄວາມທຸກທໍລະມານ ກໍແມ່ນສອງຝ່າຍທີ່ປະທະກັນຢຸດຍິງໃນທັນທີ.

   ອົງການອະນາໄມໂລກກໍກ່າວໃນມື້ດຽວກັນວ່າ: ຕາມສະຖິຕິ, ປັດຈຸບັນຢູ່ເຂດກາຊາມີຄົນເຈັບປະມານ 9 ພັນຄົນຕ້ອງການດ່ວນທີ່ຍົກຍ້າຍຈາກກາຊາໄປປິ່ນປົວຢູ່ນອກ. ອົງການອະນາໄມໂລກ ທວງໃຫ້ອິດສະລາແອນອະນຸມັດໃຫ້ຄົນເຈັບສາຫັດເຫຼົ່ານີ້ຖອນອອກຈາກເຂດກາຊາ ເພື່ອຊ່ວຍກູ້ຊີວິດເຂົາເຈົ້າ.