ລັດຖະບານຊຸດໃໝ່ຂອງປາແລັດສະຕິນສາບານຕົວຂຶ້ນຮັບຕຳແໜ່ງ

2024-04-01 10:35:51 cri

ຕອນຄ່ຳວັນທີ 31 ມີນາຜ່ານມານີ້, ລັດຖະບານຊຸດໃໝ່ຂອງປາແລັດສະຕິນທີ່ນຳພາໂດຍທ່ານໂມຮາເມັດ ມູສຕາຟາ ນາຍົກລັດຖະມົນຕີປາແລັດສະຕິນໄດ້ສາບານຕົວຂຶ້ນຮັບຕຳແໜ່ງຢູ່ລາມາລາ ຕົວເມືອງທາງຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດນ.

ສື່ມວນຊົນປາແລັດສະຕິນລາຍງານວ່າ, ລັດຖະບານຊຸດໃໝ່ນີ້ມີລັດຖະມົນຕີ 23 ທ່ານ, ໃນນັ້ນ, ມີ 6 ທ່ານແມ່ນຊາວປາແລັດສະຕິນທີ່ມາຈາກເຂດກາຊາ, ທ່ານໂມຮາເມັດ ມູສຕາຟາຍັງໄດ້ເປັນລັດຖະມົນຕີການຕ່າງປະເທດຕື່ມອີກ.


ວັນທີ 26 ກຸມພາຜ່ານມາ, ທ່ານມາມຸດ ອັບບາສ ປະທານາທິບໍດີປາແລັດສະຕິນໄດ້ຮັບຄຳຮ້ອງຂໍລາອອກຈາກຕຳແໜ່ງທີ່ສະເໜີໂດຍທ່ານໂມຮາເມັດ ສະໄຕເຢ ນາຍົກລັດຖະມົນຕີປາແລັດສະຕິນຕອນນັ້ນ ແລະ ຮຽກຮ້ອງໃຫ້ລັດຖະບານໂມຮາເມັດ ສະໄຕເຢສືບຕໍ່ປະຕິບັດໜ້າທີ່ຕຳແໜ່ງຈົນເຖິງເວລາທີ່ລັດຖະບານຊຸດໃໝ່ໄດ້ສ້າງຕັ້ງຂຶ້ນ. ວັນທີ 14 ມີນາຜ່ານມາ, ທ່ານມາມຸດ ອັບບາສມອບສິດໃຫ້ທ່ານໂມຮາເມັດ ມູສຕາຟາປະກອບຄະນະລັດຖະບານຊຸດໃໝ່. ວັນທີ 28 ມີນາຜ່ານມາ, ທ່ານໂມຮາເມັດ ມູສຕາຟາໄດ້ຍື່ນແຜນປະກອບຄະນະລັດຖະບານຊຸດໃໝ່ໃຫ້ແກ່ທ່ານມາມຸດ ອັບບາສ, ທ່ານມາມຸດ ອັບບາສໄດ້ລົງນາມໃນດຳລັດເພື່ອໃຫ້ອະນຸມັດ. ແຜນປະກອບຄະນະລັດຖະບານຊຸດໃໝ່ໄດ້ຢືນຢັນໜ້າທີ່ຕົ້ນຕໍຂອງຕົນແມ່ນ: ໃຫ້ການຊ່ວຍເຫຼືອແລະອຸດໜູນດ້ານມະນຸດສະທຳແກ່ຊາວປາແລັດສະຕິນທີ່ຢູ່ເຂດກາຊາ, ສ້າງສາເຂດກາຊາແລະເຂດຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດນຄືນໃໝ່ ແລະ ເຮັດໃຫ້ສະພາບເສດຖະກິດຂອງປາແລັດສະຕິນຟື້ນຟູຢ່າງໝັ້ນຄົງ.