ເປັນຫຍັງຖ້ອຍຄຳແບບປະຫຼາດຂອງທ່ານນາງເຈເນັດ ເຢເລນຈຶ່ງໄດ້ຮັບການສຽດສີຢ່າງກວ້າງຂວາງຈາກຊາວເນັດອາເມຣິກາ?

2024-04-01 15:36:55 cri

ໃນເວລາຢ້ຽມຢາມໂຮງງານຜະລິດໝໍ້ໄຟແສງຕາເວັນແຫ່ງໜຶ່ງຢູ່ລັດຈໍເຈຍຂອງອາເມຣິກາ, ທ່ານນາງເຈເນັດ ເຢເລນ ລັດຖະມົນຕີກະຊວງການເງິນອາເມຣິກາກ່າວວ່າ: ອຸດສາຫະກຳພະລັງງານໃໝ່ຂອງຈີນມີບັນຫາ “ຄວາມສາມາດການຜະລິດເຫຼືອເຟືອ”, ເຮັດໃຫ້ລາຄາ ແລະ ຮູບແບບການຜະລິດໃນທົ່ວໂລກຜິດປົກກະຕິ, ເປັນການທຳລາຍຜົນປະໂຫຍດຂອງວິສາຫະກິດ ແລະ ກຳມະກອນອາເມຣິກາ.


ເມື່ອໄດ້ຮັບຮູ້ຖ້ອຍຄຳດັ່ງກ່າວ, ຊາວເນັດອາເມຣິກາໄດ້ພາກັນເວົ້າສຽດສີວ່າ: “ໃນເມື່ອກ່ອນແມ່ນເວົ້າວ່າຈີນບໍ່ໄດ້ເຮັດຢ່າງພຽງພໍໃນດ້ານພະລັງງານສີຂຽວ, ແຕ່ດຽວນີ້ພັດມາຕຳໜິເຂົາເຈົ້າເຮັດຫຼາຍເກີນໄປ. ເປັນຫຍັງອາເມຣິກາບໍ່ສາມາດຢຸດເຊົາການຊີ້ໄມ້ຊີ້ມືຕໍ່ຜູ້ອື່ນ ແລະ ໄປເຮັດສິ່ງທີ່ຕົນເອງຄວນເຮັດ?” “ເມື່ອອາເມຣິກາມີທ່າແຮງ ກໍມັກເວົ້າກ່ຽວກັບຕະຫຼາດເສລີ; ເມື່ອອາເມຣິກາບໍ່ມີທ່າແຮງ, ກໍປະຕິບັດລັດທິປົກປ້ອງ. ນີ້ຄືລະບຽບການຂອງອາເມຣິກາ.”......ຄຳວິຈານທີ່ສັ້ນໆແຕ່ຖືກຈຸດສຳຄັນເຫຼົ່ານີ້ ໄດ້ເຜີຍແບສອງມາດຕະຖານແບບຈອມປອມຂອງນັກການເມືອງອາເມຣິກາຈຳນວນໜຶ່ງ.

ໃນສາຍຕາຂອງນັກການເມືອງອາເມຣິກາເຫຼົ່ານີ້, ການພັດທະນາຢ່າງຄຶກຄັກໃນຂົງເຂດພະລັງງານໃໝ່ຂອງຈີນ ໄດ້ທຳລາຍຜົນປະໂຫຍດຂອງເຂົາເຈົ້າ. ແຕ່ເຂົາເຈົ້າບໍ່ໄດ້ສຸມກຳລັງເຂົ້າໃນການປັບປຸງເຕັກໂນໂລຊີ ແລະ ຍົກສູງຄວາມສາມາດການແຂ່ງຂັນ, ພັດແມ່ນມັກໃຊ້ແຕ່ຂໍ້ອ້າງທີ່ວ່າ “ຄວາມໝັ້ນຄົງຂອງຊາດ” “ຄວາມສາມາດການຜະລິດເຫຼືອເຟືອ” ແລະອື່ນໆ ເພື່ອໃສ່ຮ້າຍປ້າຍສີຈີນຈົນສຸດຄວາມສາມາດຂອງຕົນ.


ອັນທີ່ເອີ້ນວ່າ “ຄວາມສາມາດການຜະລິດເຫຼືອເຟືອ” ໝາຍເຖິງຄວາມສາມາດການຜະລິດຕົວຈິງຫຼາຍກວ່າຄວາມຕ້ອງການຂອງຕະຫຼາດ. ແຕ່ໃນປັດຈຸບັນ, ມວນມະນຸດກຳລັງປະເຊີນໜ້າກັບສິ່ງທ້າທາຍອັນຂ້ຽວຂາດຈາກບັນຫາດິນຟ້າອາກາດ, ບັນດາປະເທດໃນໂລກກຳລັງອອກແຮງຊຸກຍູ້ການຫັນປ່ຽນຮູບແບບພະລັງງານ, ການສະໜອງດ້ານພະລັງງານສະອາດແມ່ນຍັງບໍ່ສາມາດຕອບສະໜອງຄວາມຕ້ອງການໄດ້. ອາເມຣິກາແຂ່ງຂັນກັບຈີນບໍ່ໄດ້ ກໍມັກຊອກຫາວິທີມາໃສ່ຮ້າຍປ້າຍສີຈີນ, ການກະທຳແບບນີ້ຈັ່ງແມ່ນເຮິຮ້າຍອີ່ຫຼີ.