ປະຊາຊົນອິດສະຣາແອນຈັດການປະທ້ວງໂດຍຮຽກຮ້ອງໃຫ້ຈັດການເລືອກຕັ້ງກ່ອນເວລາກຳນົດ

2024-04-01 10:31:27 CRI


ຕອນຄ່ຳວັນທີ 31 ມີນາຜ່ານມາ, ປະຊາຊົນອິດສະຣາແອນໄດ້ຈັດການປະທ້ວງຂະໜາດໃຫຍ່ຢູ່ເຢຣູຊາເລັມຕາເວັນຕົກ, ໂດຍຮຽກຮ້ອງໃຫ້ທ່ານເບັນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີອິດສະຣາແອນລາອອກຈາກຕຳແໜ່ງ ແລະຈັດການເລືອກຕັ້ງລັດຖະສະພາ. ຕອນຄ່ຳມື້ດຽວກັນ, ທ່ານເບັນຈາມິນ ເນທັນຢາຮູກ່າວວ່າ, ການຈັດການເລືອກຕັ້ງກ່ອນເວລາກຳນົດໃນຂະນະທີ່ຍັງເກີດການປະທະກັນຢູ່ເຂດກາຊາຈະເຮັດໃຫ້ປະເທດຕົກຢູ່ໃນສະພາບການເປັນອຳມະພາດ.


ສື່ມວນຊົນອິດສະຣາແອນໄດ້ຍົກເອົາຄວາມເວົ້າຂອງຜູ້ຈັດຕັ້ງການປະທ້ວງມາລາຍງານຂ່າວວ່າ, ວັນທີ 31 ມີນາຜ່ານມາ, ປະຊາຊົນອິດສະຣາແອນປະມານ 1 ແສນຄົນໄດ້ເຕົ້າໂຮມກັນຢູ່ນອກສຳນັກງານລັດຖະສະພາອິດສະຣາແອນທີ່ເຢຣູຊາເລັມຕາເວັນຕົກ. ເຂົາເຈົ້າຍັງຮຽກຮ້ອງໃຫ້ລັດຖະບານປະເທດຕົນບັນລຸສັນຍາກັບກຸ່ມຮາມາສຂອງປາແລັດສະຕິນໂດຍໄວ, ແລະປ່ອຍຕົວຄົນອິດສະຣາແອນທີ່ຖືກກັກຕົວເຫຼົ່ານັ້ນໄວ້.