ກະຊວງການຕ່າງປະເທດຣັດເຊຍຮຽກຮ້ອງໃຫ້ອູແກຣນຈັບ ແລະ ນຳສົ່ງຜູ້ກໍ່ການຫຼອນໂຈມຕີຣັດເຊຍແບບກໍ່ການຮ້າຍທຸກຄົນ

2024-04-01 16:06:50 cri

ວັນທີ 31 ມີນາຜ່ານມາ, ກະຊວງການຕ່າງປະເທດຣັດເຊຍໄດ້ອອກຖະແຫຼງການ ໂດຍຮຽກຮ້ອງໃຫ້ອູແກຣນຈັບ ແລະ ນຳສົ່ງຜູ້ກໍ່ການຫຼອນໂຈມຕີຣັດເຊຍແບບກໍ່ການຮ້າຍທຸກຄົນ.


ຖະແຫຼງການຂອງກະຊວງການຕ່າງປະເທດຣັດເຊຍ ທີ່ເຜີຍແຜ່ໃນເວັບໄຊທາງການຂອງຕົນໃນມື້ດຽວກັນລະບຸວ່າ: ເຫດການຫຼອນໂຈມຕີໂຮງດົນຕີ ຢູ່ຊານເມືອງນະຄອນຫຼວງມົສກູໃນວັນທີ 22 ມີນາຜ່ານມາ ບໍ່ແມ່ນເຫດການຫຼອນໂຈມຕີກໍ່ການຮ້າຍເປັນກໍລະນີທຳອິດທີ່ແນໃສ່ຣັດເຊຍໃນຊຸມປີຜ່ານມາ. ຜົນການສືບສວນຂອງພາກສ່ວນທີ່ກ່ຽວຂ້ອງຂອງຣັດເຊຍໄດ້ສະແດງໃຫ້ເຫັນວ່າ, ຮ່ອງຮອຍການກະທຳຜິດທັງໝົດຂອງເຫດການເຫຼົ່ານີ້ລ້ວນແຕ່ມີສ່ວນກ່ຽວຂ້ອງກັບອູແກຣນ.


ເຈົ້າໜ້າທີ່ກະຊວງການຕ່າງປະເທດຣັດເຊຍກ່າວວ່າ: ການໂຈມຕີລັດທິກໍ່ການຮ້າຍສາກົນແມ່ນໜ້າທີ່ຮັບຜິດຊອບຂອງທຸກປະເທດ. ຣັດເຊຍຮຽກຮ້ອງໃຫ້ອູແກຣນຢຸດຕິການສະໜັບສະໜູນຕໍ່ການເຄື່ອນໄຫວກໍ່ການຮ້າຍທຸກປະການໃນທັນທີ, ນຳສົ່ງຜູ້ກໍ່ເຫດ ແລະ ຈ່າຍຄ່າຊົດເຊີຍຕໍ່ຜູ້ປະສົບເຄາະຮ້າຍ. ອູແກຣນຄວນແບກຫາບພັນທະສາກົນ ແລະ ບໍ່ຄວນຝືນກັບພັນທະທີ່ລະບຸໄວ້ໃນສົນທິສັນຍາຕ້ານການກໍ່ການຮ້າຍສາກົນອີກ.