ອະນາຄົດແມ່ນຢູ່ໃນປະເທດຈີນ

2024-04-01 15:09:03 cri

ກອງປະຊຸມປະຈຳປີ 2024 ຂອງເວທີເປິກສາຫາລືອາຊີໂປອາວທີ່ຈັດຂຶ້ນໃນເມື່ອບໍ່ດົນມານີ້ຢູ່ແຂວງໄຫຫຼຳຈີນ ໄດ້ດຶງດູດຜູ້ຕາງໜ້າເກືອບ 2.000 ທ່ານຈາກວົງການການເມືອງ, ວົງການອຸດສາຫະກຳການຄ້າ ແລະ ຄັງປັນຍາຂອງ 60 ກວ່າປະເທດ ແລະ ເຂດແຄວ້ນໃນທົ່ວໂລກເຂົ້າຮ່ວມ. ຜູ້ເຂົ້າຮ່ວມຫຼາຍທ່ານກ່າວວ່າ: ເສດຖະກິດຈີນບໍ່ພຽງແຕ່ມີຄວາມໜຽວແໜ້ນ ແລະ ກຳລັງບົ່ມຊ້ອນອັນມະຫາສານເທົ່ານັ້ນ, ຍັງມີພື້ນທີ່ການພັດທະນາໃໝ່ອີກດ້ວຍ.


ປັດຈຸບັນ, ກຳລັງການຜະລິດຮູບແບບໃໝ່ໄດ້ກາຍເປັນຈຸດສຸມຂອງເສດຖະກິດຈີນ. ຂໍ້ມູນທີ່ກ່ຽວຂ້ອງສະແດງໃຫ້ເຫັນວ່າ: ການລົງທຶນດ້ານອຸດສາຫະກຳເຕັກໂນໂລຊີຂັ້ນສູງຂອງຈີນໄດ້ຮັກສາອັດຕາການເຕີບໂຕເປັນສອງຕົວເລກມາເປັນເວລາຫຼາຍປີລຽນຕິດ, ວິສາຫະກິດເຕັກໂນໂລຊີໃໝ່ທັນສະໄໝມີເຖິງປະມານ 4 ແສນແຫ່ງ. ໃນນັ້ນ, ການສົ່ງອອກຂອງລົດພະລັງງານໃໝ່, ໝໍ້ໄຟລີທຽມ ແລະ ຜະລິດຕະພັນທີ່ໃຊ້ພະລັງງານແສງຕາເວັນໄດ້ເພີ່ມຂຶ້ນຢ່າງວ່ອງໄວ. ເສດຖະກິດດີຈີຕອນໄດ້ພັດທະນາຢ່າງວ່ອງໄວ, ອັດຕາຜູ້ນຳໃຊ້ 5G ບັນລຸຫຼາຍກວ່າ 50%.

ນອກນີ້, ຜູ້ເຂົ້າຮ່ວມກອງປະຊຸມດັ່ງກ່າວຍັງມີຄວາມຮູ້ສຶກຢ່າງເລິກເຊິ່ງກ່ຽວກັບການພັດທະນາແບບສີສຽວທີ່ພັດທະນາຢ່າງວ່ອງໄວຂອງຈີນ. ຂໍ້ມູນທີ່ກ່ຽວຂ້ອງສະແດງໃຫ້ເຫັນວ່າ: ປັດຈຸບັນ, ການກໍ່ສ້າງພື້ນຖານໂຄງລ່າງແບບສີຂຽວ, ພະລັງງານສີຂຽວ ແລະ ການດຳລົງຊີວິດແບບສີຂຽວຂອງຈີນໄດ້ຮັບການພັດທະນາແລະເປັນຂະໜາດອັນໃຫຍ່ຫຼວງ, ມູນຄ່າການລົງທຶນ ແລະ ຕະຫຼາດການບໍລິໂພກໃນຂົງເຂດດັ່ງກ່າວຈະບັນລຸເຖິງ 10.000 ຕື້ຢວນຕໍ່ປີ.


ການຮ່ວມກັນສະແຫວງຫາການພັດທະນາ ຈະປາສະຈາກການເປີດປະຕູສູ່ພາຍນອກບໍ່ໄດ້. ໃນໄລຍະຜ່ານມານີ້, ຈີນໄດ້ວາງມາດຕະການຕ່າງໆກ່ຽວກັບການເປີດປະຕູສູ່ພາຍນອກໃນລະດັບສູງ ເຊັ່ນ: ການສືບຕໍ່ຫຼຸດບັນຊີດ້ານລົບໃນການອະນຸມັດການລົງທຶນຕ່າງປະເທດ, ຍົກເລີກການຈຳກັດໃນຂົງເຂດອຸດສາຫະກຳການຜະລິດ ເປັນຕົ້ນ. ຂໍ້ມູນຫຼ້າສຸດສະແດງໃຫ້ເຫັນວ່າ: ໃນລະຫວ່າງເດືອນມັງກອນຫາເດືອນກຸມພາປີນີ້, ຈຳນວນວິສາຫະກິດທຶນຕ່າງປະເທດທີ່ສ້າງຕັ້ງຂຶ້ນໃໝ່ຢູ່ຈີນໄດ້ເພີ່ມຂຶ້ນ 34,9%. ໃນກອງປະຊຸມເວທີເປິກສາຫາລືການພັດທະນາຂອງຈີນທີ່ສຳເລັດລົງໃນເມື່ອບໍ່ດົນມານີ້, ຜູ້ບໍລິຫານຂັ້ນສູງຂອງວິສາຫະກິດຂ້າມຊາດພາກັນເວົ້າວ່າ: ຕົນຈະສືບຕໍ່ດຳເນີນທຸລະກິດຢູ່ຈີນ ຍ້ອນມີເງື່ອນໄຂແລະຄວາມເຫັນໃນແງ່ດີຕໍ່ອະນາຄົດຂອງຕະຫຼາດຈີນ.