ຂໍ້ມູນຊຸດນີ້ໄດ້ຢືນຢັນການຄາດຄະເນໃນແງ່ດີຂອງວົງການພາຍນອກຕໍ່ເສດຖະກິດຂອງຈີນ

2024-04-02 14:22:45 cri

ໃນຫວ່າງມໍ່ໆມານີ້,  ຂ່າວກ່ຽວກັບ 3 ດັດຊະນີໃຫຍ່ຂອງເສດຖະກິດຈີນໄດ້ຟື້ນຕົວສູງຂຶ້ນພ້ອມກັນ ກໍໄດ້ຮັບຄວາມສົນໃຈໃນລະດັບສູງຈາກຫາງສຽງສາກົນ. ໃນສາຍຕາຂອງສຳນັກຂ່າວ AFP ຂອງຝຣັ່ງ ແລະ ສື່ມວນຊົນຕ່າງປະເທດອື່ນໆ, ຂໍ້ມູນດັ່ງກ່າວທີ່ເໜືອການຄາດຄະເນນັ້ນ ເປັນສັນຍາລັກຫຼ້າສຸດທີ່ສ່ອງແສງໃຫ້ເຫັນເຖິງການເພີ່ມຄວາມໄວຂອງຈັງຫວະການເຕີບໂຕຂອງເສດຖະກິດຈີນ ເຊິ່ງບໍ່ພຽງແຕ່ເປັນການໃຫ້ກຳລັງໃຈເທົ່ານັ້ນ, ຍັງໄດ້ສ້າງພະລັງຂັບເຄື່ອນອັນໃໝ່ໃຫ້ແກ່ເສດຖະກິດໂລກອີກດ້ວຍ.


3 ດັດຊະນີໃຫຍ່ນີ້ກໍຄື ດັດຊະນີຜູ້ອຳນວຍການຝ່າຍຈັດຊື້ຂອງອຸດສາຫະກຳການຜະລິດ ຫຼື PMI, ດັດຊະນີການເຄື່ອນໄຫວທຸລະກິດທີ່ບໍ່ແມ່ນອຸດສາຫະກຳການຜະລິດ ແລະ ດັດຊະນີ PMI ສັງລວມ. ໃນນັ້ນ, ດັດຊະນີ PMI ສັງລວມແມ່ນສ່ອງແສງໃຫ້ເຫັນເຖິງສະພາບລວມດ້ານເສດຖະກິດ; ດັດຊະນີ PMI ສ່ອງແສງໃຫ້ເຫັນເຖິງສະພາບການ ແລະ ທ່ວງທ່າການພັດທະນາຂອງອຸດສາຫະກຳການຜະລິດ; ດັດຊະນີການເຄື່ອນໄຫວທຸລະກິດທີ່ບໍ່ແມ່ນອຸດສາຫະກຳການຜະລິດສ່ອງແສງໃຫ້ເຫັນເຖິງສະພາບການພັດທະນາຂອງຂະແໜງການການບໍລິການ.

ອີງຕາມຂໍ້ມູນຫຼ້າສຸດຈາກລັດຖະບານຈີນສະແດງໃຫ້ເຫັນວ່າ: ໃນເດືອນມີນາປີນີ້, 3 ດັດຊະນີໃຫຍ່ດັ່ງກ່າວແມ່ນ 50,8%, 53,0% ແລະ 52,7% ຕາມລຳດັບ, ຕ່າງກໍໄດ້ເພີ່ມຂຶ້ນ 1,7%, 1,6% ແລະ 1,8% ຕາມລຳດັບເມື່ອທຽບໃສ່ເດືອນກຸມພາປີນີ້. ຕໍ່ກັບເລື່ອງນີ້, ສຳນັກຂ່າວບລຸມເບີກຂອງອາເມຣິກາລາຍງານວ່າ: ນີ້ສະແດງໃຫ້ເຫັນວ່າ ອະນາຄົດຂອງອຸດສາຫະກຳການຜະລິດຂອງຈີນກຳລັງພັດທະນາໄປຕາມທ່ວງທ່າທີ່ດີ, ເສດຖະກິດໂດຍລວມກຳລັງພັດທະນາຢ່າງໝັ້ນທ່ຽງ.


ໃນກອງປະຊຸມປະຈຳປີ 2024 ຂອງເວທີເປິກສາຫາລືອາຊີໂປອາວທີ່ຫາກໍສຳເລັດລົງໃນເມື່ອບໍ່ດົນມານີ້, ບຸກຄົນສຳຄັນສາກົນດ້ານການເມືອງພາກັນເວົ້າວ່າ: ເສດຖະກິດຈີນຈະສືບຕໍ່ຟື້ນຕົວຄືນ ແລະ ພັດທະນາໄປຕາມທ່ວງທ່າທີ່ດີ ພ້ອມທັງຈະສ້າງໂອກາດພັດທະນາອັນໃໝ່ໃຫ້ແກ່ເສດຖະກິດໂລກ. 3 ດັດຊະນີໃຫຍ່ໄດ້ຟື້ນຕົວຄືນພ້ອມດຽວກັນໃນເທື່ອນີ້ ໄດ້ຢືນຢັນການຄາດຄະເນໃນແງ່ດີຂອງວົງການພາຍນອກຕໍ່ເສດຖະກິດຂອງຈີນ ແລະ ກໍສະແດງໃຫ້ເຫັນວ່າ: ອັນທີ່ເອີ້ນວ່າ “ເສດຖະກິດຈີນຮອດເພດານແລ້ວ” ທີ່ເສກສັນປັ້ນແຕ່ງໂດຍສື່ມວນຊົນຕາເວັນຕົກນັ້ນ ເປັນຖ້ອຍຄຳທີ່ບໍ່ມີຫຼັກຖານອ້າງອີງໂດຍພື້ນຖານ.