ຈີນທວງໃຫ້ຝ່າຍທີ່ກ່ຽວຂ້ອງຢຸດຕິການໃສ່ຮ້າຍປ້າຍສີ ແລະ ການໂຈມຕີທາງອິນເຕີເນັດຕໍ່ຈີນໃນທັນທີ

2024-04-02 10:43:58 cri

ຫວ່າງມໍ່ໆມານີ້, ລັດຖະບານອາເມຣິກາ ແລະ ອັງກິດໄດ້ສົມຮູ້ຮ່ວມຄິດກັນເພື່ອປັ້ນແຕ່ງອັນທີ່ເອີ້ນວ່າ ກຸ່ມແຮັກເກີ “ທີ່ມີສ່ວນກ່ຽວຂ້ອງກັບລັດຖະບານຈີນ” ໄດ້ປະຕິບັດການໂຈມຕີທາງອິນເຕີເນັດຕໍ່ເຂົາ ແລະ ປະຕິບັດການລົງໂທດແຕ່ຝ່າຍດຽວຕໍ່ຈີນຢ່າງໄຮ້ເຫດຜົນ, ນີ້ແມ່ນການໃສ່ຮ້າຍປ້າຍສີແບບ “ໂຈນຮ້ອງຈັບໂຈນ” ຢ່າງອ້ອຍຕ້ອຍເທົ່ານັ້ນ, ເປັນການຄອບງຳທີ່ມີເຈດຕະນາຮ້າຍ ທີ່ຫັນເອົາບັນຫາຄວາມໝັ້ນຄົງດ້ານອິນເຕີເນັດມາເປັນບັນຫາການເມືອງ ແລະ ໄດ້ທຳລາຍສິດຜົນປະໂຫຍດທີ່ຊອບດ້ວຍກົດໝາຍຂອງຈີນຢ່າງໜັກໜ່ວງ. ຈີນສະແດງຄວາມບໍ່ພໍໃຈຢ່າງຮຸນແຮງຕໍ່ເລື່ອງນີ້, ຄັດຄ້ານຢ່າງເດັດດ່ຽວ ແລະ ທວງໃຫ້ຝ່າຍທີ່ກ່ຽວຂ້ອງຢຸດຕິການກະທຳດັ່ງກ່າວໃນທັນທີ, ຈີນຈະປະຕິບັດມາດຕະການທີ່ຈຳເປັນ ເພື່ອປົກປ້ອງສິດຜົນປະໂຫຍດທີ່ຊອບດ້ວຍກົດໝາຍຂອງຕົນ.


ຊາວໂລກຮູ້ດີແລ້ວວ່າ: ອາເມຣິກາເປັນແຫຼ່ງໂຈມຕີທາງອິນເຕີເນັດທີ່ໃຫຍ່ທີ່ສຸດຂອງໂລກ ແລະ ເປັນໄພຂົ່ມຂູ່ໃຫຍ່ທີ່ສຸດສຳລັບຄວາມໝັ້ນຄົງທາງອິນເຕີເນັດຂອງທົ່ວໂລກ. ພຽງແຕ່ໃນໄຕມາດທຳອິດຂອງປີນີ້, ການໂຈມຕີທາງອິນຕີເນັດໄດ້ເກີດຂຶ້ນຕໍ່ຫຼາຍປະເທດ ເຊິ່ງລວມທັງຈີນ ທີ່ມີແຫຼ່ງມາຈາກດິນແດນອາເມຣິກາ ແລະ ຖານທັບຢູ່ຕ່າງປະເທດຂອງເຂົາ ກໍສູງເຖິງ 2.000 ກວ່າເທື່ອ ເຊິ່ງໄດ້ໂຈມຕີເຂົ້າໃນກົງຈັກຂອງພັກ-ລັດ, ພື້ນຖານໂຄງລ່າງຂໍ້ມູນຂ່າວສານທີ່ສຳຄັນ ແລະ ໜ່ວຍງານສຳຄັນຈຳນວນຫຼາຍໃນຂົງເຂດ AI ຂອງຈີນ.


ຈີນຍຶດໝັ້ນນຳໃຊ້ອິນເຕີເຕັດໃນທາງສັນຕິ, ເດັດດ່ຽວຄັດຄ້ານການຫັນເອົາບັນຫາຄວາມໝັ້ນຄົງທາງອິນເຕີເນັດມາເປັນບັນຫາການເມືອງ, ເດັດດ່ຽວຄັດຄ້ານການບຸກໂຈມຕີທາງອິນເຕີເນັດໃນທຸກຮູບແບບ ແລະ ຕັ້ງໜ້າຮັບມືກັບໄພຂົ່ມຂູ່ດ້ານຄວາມໝັ້ນຄົງທາງອິນເຕີເນັດ.