ກະຊວງການຕ່າງປະເທດອີຣານກ່າວປະນາມຢ່າງຮຸນແຮງຕໍ່ອິດສະຣາແອນທີ່ຫຼອນໂຈມຕີສຳນັກງານກົງສຸນຂອງສະຖານທູດອີຣານປະຈຳຊີຣີ

2024-04-02 10:25:58 CRI


ວັນທີ 1 ເມສານີ້, ທ່ານນາເຊີ ການານີ ໂຄສົກກະຊວງການຕ່າງປະເທດອີຣານໄດ້ກ່າວປະນາມຢ່າງຮຸນແຮງຕໍ່ອິດສະຣາແອນທີ່ຫຼອນໂຈມຕີສຳນັກງານກົງສຸນຂອງສະຖານທູດອີຣານປະຈຳຊີຣີ.


ທ່ານການານີກ່າວວ່າ, ການຫຼອນໂຈມຕີຄັ້ງນີ້ໄດ້ລະເມີດກົດໝາຍສາກົນ, ໂດຍສະເພາະແມ່ນ “ສົນທິສັນຍາວຽນວ່າດ້ວຍສາຍພົວພັນການຕ່າງປະເທດ”ຢ່າງໜັກໜ່ວງ, ການກະທຳດັ່ງກ່າວຂອງອິດສະຣາແອນຄວນຖືກປະຊາຄົມໂລກ ແລະ ອົງການສະຫະປະຊາຊາດກ່າວປະນາມຢ່າງຮຸນແຮງທີ່ສຸດ, ແລະຄວນໃຊ້ມາດຕະການໂດຍຕົງຕໍ່ອິດສະຣາແອນ.


ທ່ານການານີກ່າວຕື່ມວ່າ, ຜົນກະທົບຈາກການຫຼອນໂຈມຕີຄັ້ງນີ້ພວມຢູ່ໃນການສືບສວນຢູ່, ອິດສະຣາແອນຄວນຮັບຜິດຊອບຕໍ່ຜົນຢ້ອນຫຼັງຈາກເຫດການດັ່ງກ່າວ, ອີຣານສະຫງວນສິດທີ່ຈະນຳໃຊ້ມາດຕະການຕອບໂຕ້ຄືນ.