ຈີນຮູ້ສຶກຕື່ນຕົກໃຈ ທັງກ່າວປະນາມຢ່າງຮຸນແຮງຕໍ່ເຫດການທີ່ຜູ້ກູ້ໄພສານກົນຢູ່ເຂດກາຊາຖືກກອງທັບອິດສະຣາແອນໂຈມຕີທາງອາກາດ

2024-04-03 12:02:10 CRI



ວັນທີ 2 ເມສານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ, ຈີນຄັດຄ້ານການກະທຳທຸກຢ່າງທີ່ທຳລາຍຮ້າຍສາມັນຊົນ, ທຳລາຍສິ່ງກໍ່ສ້າງພົນລະເຮືອນ, ແລະ ລະເມີດກົດໝາຍສາກົນ, ຈີນຮູ້ສຶກຕື່ນຕົກໃຈ ທັງກ່າວປະນາມຢ່າງຮຸນແຮງຕໍ່ເຫດການທີ່ຜູ້ກູ້ໄພສາກົນຢູ່ເຂດກາຊາຖືກກອງທັບອິດສະຣາແອນໂຈມຕີທາງອາກາດ, ພ້ອມທັງສະແດງຄວາມໄວ້ອາໄລຢ່າງເລິກເຊິ່ງຕໍ່ຜູ້ປະສົບເຄາະຮ້າຍ.

 

ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 2 ເມສານີ້, ມີນັກຂ່າວຖາມວ່າ: ອິດສະຣາແອນໄດ້ປິດລ້ອມ ແລະ ລ່ວງລ້ຳເຂົ້າໄປໃນໂຮງໝໍອັນຊີຟາເປັນເວລາ 14 ວັນ, ເຮັດໃຫ້ໂຮງໝໍໃຫຍ່ທີ່ສຸດຢູ່ເຂດກາຊາແຫ່ງນີ້ກາຍເປັນຊາກອາຄານ, ສາມັນຊົນຫຼາຍຮ້ອຍຄົນເສຍຊີວິດ. ວັນທີ 1 ເມສານີ້, ທີມກູ້ໄພທີ່ມາຈາກອົງການ “ເຊນໂຕຣ ກິດເຊນ” ຫຼື WCK ທີ່ເປັນອົງການການກຸສົນຂອງອາເມຣິກາກາຍເປັນເປົ້າໝາຍໂຈມຕີທາງອາກາດຂອງອິດສະຣາແອນ ແລະໄດ້ເຮັດໃຫ້ມີຜູ້ເສຍຊີວິດ. ອິດສະຣາແອນບໍ່ເອົາຫົວຊາຕໍ່ຄຳເຕືອນ ແລະ ຄຳຮຽກຮ້ອງຂອງສະພາຄວາມໝັ້ນຄົງ ແລະ ສານສາກົນ, ດຳເນີນການເຄື່ອນໄຫວທີ່ອາດຈະກາຍເປັນອາຊະຍາກຳສົງຄາມຢູ່ເຂດກາຊາຢ່າງຕໍ່ເນື່ອງ. ຈີນມີຄວາມເຫັນແນວໃດຕໍ່ສະຖານະການຢູ່ເຂດຊາກາໃນໄລຍະຜ່ານມາ?

 

ທ່ານວ່າງເວີນປິ່ນກ່າວວ່າ, ຈີນຮຽກຮ້ອງໃຫ້ຝ່າຍຕ່າງໆທີ່ກ່ຽວຂ້ອງ ໂດຍສະເພາະແມ່ນອິດສະຣາແອນປະຕິບັດຕາມມະຕິເລກທີ 2728 ຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດຢ່າງແທ້ຈິງ, ປະຕິບັດຕາມພັນທະທີ່ລະບຸໄວ້ໃນ “ກົດບັດອົງການສະຫະປະຊາຊາດ”, ຢຸດຍິງໃນທັນທີ, ສຸມຄວາມພະຍາຍາມຢ່າງສຸດຂີດເພື່ອຫຼີກລ່ຽງການເສຍຊີວິດ ແລະ ບາດເຈັບຂອງສາມັນຊົນ, ສຸມຄວາມພະຍາຍາມຢ່າງສຸດຂີດເພື່ອຮັບປະກັນຄວາມປອດໄພຂອງສາມັນຊົນ, ໂຮງໝໍ ແລະສິ່ງກໍ່ສ້າງພົນລະເຮືອນອື່ນໆທີ່ໄດ້ຮັບການປົກປ້ອງເປັນພິເສດໃນ “ສົນທິສັນຍາວຽນ”, ປ້ອງກັນບໍ່ໃຫ້ເກີດໄພພິບັດດ້ານມະນຸດສະທຳທີ່ຮ້າຍແຮງກວ່າເກົ່າຢູ່ເຂດກາຊາ.