ຊ່ຽວຊານ ສປຊ ກ່າວວ່າ ອາເມຣິກາປິດລ້ອມກູບາ ເປັນການລະເມີດກົດໝາຍສາກົນ

2024-04-03 11:38:28 CRI

ວັນທີ 2 ເມສານີ້, ເວັບໄຊກະຊວງການຕ່າງປະເທດກູບາໄດ້ລົງພິມບົດຄວາມໂດຍລະບຸວ່າ, ຊ່ຽວຊານຂອງສະພາສິດທິມະນຸດອົງການສະຫະປະຊາຊາດກ່າວວ່າ, ການປິດລ້ອມດ້ານເສດຖະກິດ, ການຄ້າ ແລະ ການເງິນຂອງອາເມຣິກາຕໍ່ກູບາໄດ້ລະເມີດກົດໝາຍສາກົນ, ທັງລ່ວງລ້ຳສິດທິມະນຸດຂອງປະຊາຊົນກູບາ.

 

ເນື້ອໃນບົດຄວາມດັ່ງກ່າວລະບຸວ່າ, ຊ່ຽວຊານຂອງ ສະພາສິດທິມະນຸດອົງການສະຫະປະຊາຊາດເຄີຍສະເໜີເອກະສານທີ່ຮ່ວມລົງນາມຕໍ່ລັດຖະບານອາເມຣິກາໃນເດືອນມັງກອນປີ 2024, ໃນເອກະສານດັ່ງກ່າວມີບົດລາຍງານຂອງຊ່ຽວຊານຫຼາຍທ່ານ, ເຊິ່ງເປັນຄັ້ງທຳອິດທີ່ຊ່ຽວຊານອົງການສະຫະປະຊາຊາດຜ່ານເອກະສານຮ່ວມລົງນາມ ໂດຍຊີ້ອອກວ່າ ການປິດລ້ອມ ແລະ ລົງໂທດກູບາເປັນບັນຫາທີ່ໜັກໜ່ວງ.

 

ເອກະສານດັ່ງກ່າວຍັງຊີ້ອອກຕື່ມວ່າ, ການລົງໂທດແຕ່ຝ່າຍດຽວຂອງອາເມຣິກາຕໍ່ກູບານັ້ນໄດ້ລ່ວງລ້ຳສິດຊີວິດ, ສິດອາຫານ, ສິດສຸຂະພາບຂອງປະຊາຊົນກູບາ ກໍຄື ສິດການພັດທະນາຂອງກູບາ.