ລົດ 45 ຄັນໃຊ້ເວລາ 5 ຊົ່ວໂມງ ຜ່ານ “ທາງຟ້າ” ເພື່ອສົ່ງນັກຮຽນກັບເມືອໂຮງຮຽນ

2024-04-03 16:09:20 cri

ຫວ່າງກ່ອນນີ້ບໍ່ດົນ, ຢູ່ຕາແສງສີ່ເຮີຊີ່ວ ເມືອງເຢ້ເຊີງ ນະຄອນກາສ ເຂດປົກຄອງຕົນເອງເຜົ່ຍອຸຍເກີຊິ່ນຈ່ຽງຈີນ, ລົດຂະບວນໜຶ່ງມີທັງໝົດ 45 ຄັນໄດ້ແລ່ນຜ່ານພູຫິມະທີ່ສູງກວ່າລະດັບໜ້ານ້ຳທະເລ 4.000 ກວ່າແມັດ 2 ໜ່ວຍ, ໃຊ້ເວລາ 5 ຊົ່ວໂມງເພື່ອສົ່ງນັກຮຽນ 165 ຄົນກັບເມືອໂຮງຮຽນຢ່າງສຳເລັດຜົນ.


ຕາແສງສີ່ເຮີຊີ່ວ ເມືອງເຢ້ເຊີງ ຕັ້ງຢູ່ໃຈກາງສາຍພູຄຸ່ນລຸນ, ສູງກວ່າລະດັບໜ້ານ້ຳທະເລ 3.500 ກວ່າແມັດ, ພູໃນບໍລິເວນຫຼາຍໜ່ວຍຖືກປົກຄຸມດ້ວຍຫິມະ ແລະ ນ້ຳກ້ອນຕະຫຼອດປີ. ຕາແສງນີ້ລວມມີ 9 ບ້ານ, ທຸກບ້ານຕັ້ງຢູ່ໃນຮ່ອມພູທີ່ຫ່າງໄກກັນ.


ນັກຮຽນປະຖົມຂອງບ້ານ ອາຢາເກີເຊຜູ ໄປຮຽນຢູ່ຕາແສງ, ຕ້ອງຍ່າງຜ່ານພູຫິມະທີ່ສູງກວ່າລະດັບໜ້ານ້ຳທະເລ 4.000 ກວ່າແມັດນັ້ນ 2 ໜ່ວຍ, ໄລຍະທາງທັງໝົດ 60 ກິໂລແມັດ. ໃນນັ້ນ ມີທາງອ້ອມພູເກືອບ 40 ກິໂລແມັດ.



ເພື່ອຫຼຸດຜ່ອນຄວາມສ່ຽງໃນການໄປ-ກັບ ລະຫວ່າງໂຮງຮຽນ ແລະ ເຮືອນຂອງນັກຮຽນ, ໂຮງຮຽນປະຖົມສູນກາງຂອງຕາແສງໄດ້ປະຕິບັດການກິນນອນ. ຫຼັງຈາກເລີ່ມພາກຮຽນແລ້ວ ຈົນຮອດຍາມພັກຮຽນລະດູຮ້ອນ, ນັກຮຽນທັງຫຼາຍຈຶ່ງສາມາດກັບເມືອຢາມບ້ານໄດ້. ກ່ອນຈະອອກຈາກບ້ານ, ພໍ່ແມ່ຜູ້ປົກຄອງທັງຫຼາຍແມ່ນອາໄລອາວອນລູກຫຼານທີ່ສຸດ. ທ້າວ ໄອຈຶໄມທີ ຮູໄຕເຄີ ທີ່ເປັນຊາວບ້ານໄດ້ກວດເບິ່ງເຄື່ອງໃຊ້ຂອງລູກສອງຄົນຫຼາຍເທື່ອ, ລາວເວົ້າວ່າ:  “ພໍ່ຊ່ວຍມ້ຽນກະເປົ໋າ, ຫວັງວ່າລູກໆຈະໄດ້ຄະແນນດີຂຶ້ນໃນເມື່ອກັບໄປ”.



ກ່ອນຈະເປີດພາກຮຽນໃໝ່, ພະນັກງານ ແລະ ຕຳຫຼວດຈໍລະຈອນຂອງຕາແສງສີ່ເຮີຊີ່ວ ໄດ້ຈັດຕັ້ງຂະບວນລົດ ເພື່ອຮັບປະກັນໃຫ້ນັກຮຽນທັງຫຼາຍກັບເມືອໂຮງຮຽນໄດ້ຢ່າງປອດໄພ. ວັນທີ 21 ກຸມພາຜ່ານມານີ້, ຕາແສງສີ່ເຮີຊີ່ວໄດ້ໃຊ້ລົດກວາດຫິມະອະນາໄມຫິມະຕາມທາງ ເພື່ອຮັບປະກັນໃຫ້ຂະບວນລົດສົ່ງນັກຮຽນແລ່ນຜ່ານໄດ້ຢ່າງສະດວກສະບາຍ. 

                                                                                    

                                                                                                                                                                        

ກ່ອນຈະເດີນທາງໃນວັນທີ 22 ກຸມພາແລ້ວນີ້, ຜູ້ຂັບລົດທັງຫຼາຍຍັງໄດ້ກວດກາສະພາບຂອງລົດຢ່າງລະອຽດ ພ້ອມທັງມັດໂສ້ກັນມື່ນໃສ່ຢາງລົດ. ເວລາ 13 ໂມງ, ຂະບວນລົດສົ່ງນັກຮຽນຈໍານວນ 45 ຄັນຂອງບ້ານຕ່າງໆໄດ້ອອກເດີນທາງ ພາຍໃຕ້ການປົກປ້ອງຈາກຕຳຫຼວດຈໍລະຈອນ.


ໃນລະຫວ່າງທາງ, ຍ້ອນວ່າສັນຍານໂທລະຄົມຢູ່ໃນເຂດພູດອຍບໍ່ດີ, ຂະບວນລົດຈຳເປັນຕ້ອງໄດ້ຕິດຕໍ່ກັນດ້ວຍວິທະຍຸສື່ສານ. ໃນເວລາແລ່ນຜ່ານຫົວພູແຫ່ງທຳອິດ, ອາກາດກໍປ່ຽນແປງກະທັນຫັນ, ເກີດມີນ້ຳໝອກຂຸ້ນ ແລະ ຫິມະຕົກ ຈົນເຮັດໃຫ້ຂະບວນລົດແລ່ນຕໍ່ໄປບໍ່ໄດ້.



ເພື່ອແລ່ນຜ່ານໄດ້ຢ່າງສະດວກ, ລົດກວາດຫິມະໄດ້ແລ່ນເປີດທາງກ່ອນ, ລົດຕຳຫຼວດຄ່ອຍໆແລ່ນຕາມຫຼັງ, ພະນັກງານຂອງຕາແສງຢືນຢູ່ຕາມທາງໂຄ້ງ ເພື່ອບັນຊາໃຫ້ລົດແລ່ນຜ່ານ. ຜູ້ຂັບລົດທຸກຄົນລ້ວນແຕ່ມີສະຕິລະວັງຕົວໃນລະດັບສູງ ແລະ ແລ່ນຜ່ານຢ່າງຊ້າໆ.


ໃນທີ່ສຸດກໍໄດ້ໃຊ້ເວລາ 5 ຊົ່ວໂມງ, ຂະບວນລົດ 45 ຄັນຈຶ່ງໄດ້ແລ່ນຜ່ານ ສະພາບດິນຟ້າອາກາດທີ່ຮຸນແຮງ ແລະ ຜ່ານພູຫິມະ ແລ້ວສົ່ງນັກຮຽນ 165 ຄົນກັບຄືນໄປຮອດໂຮງຮຽນໄດ້ຢ່າງສຳເລັດຜົນ.


ໃນ 10 ກວ່າປີມານີ້, ແຕ່ລະປີ ເມື່ອຮອດຍາມພັກລະດູໜາວສິ້ນສຸດລົງ, ທ້ອງຖິ່ນນີ້ກໍຕ້ອງໄດ້ຈັດຕັ້ງຂະບວນລົດສົ່ງນັກຮຽນກັບເມືອໂຮງຮຽນ. ສາຍລົມສາຍຝົນ, ພູຫິມະ ແລະ ດິນຊາຍໂກບີ ໄດ້ເປັນສັກຂີພິຍານໃຫ້ແກ່ການນັດໝາຍທີ່ອົບອຸ່ນດັ່ງກ່າວມາໂດຍຕະຫຼອດ.