ກະຊວງການຕ່າງປະເທດຈີນໃຫ້ຄຳຕອບກ່ຽວກັບລັດຖະມົນຕີການເງິນອາເມຣິກາຈະຢ້ຽມຢາມຈີນ

2024-04-03 16:45:35 CRI


ວັນທີ 3 ເມສານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ, ຈີນມີຄວາມຄາດຫວັງແນວໃດຕໍ່ການຢ້ຽມຢາມຈີນຂອງທ່ານນາງ ຈາເນັດ ເຢເລັນ ລັດຖະມົນຕີກະຊວງການເງິນອາເມຣິກາ, ສອງຝ່າຍຈະເປິກສາຫາລືກ່ຽວກັບຫົວຂໍ້ທີ່ເປັນຮູບປະທຳຫຍັງແດ່?

 

ທ່ານວ່າງເວີນປິ່ນກ່າວວ່າ, ພາຍໃຕ້ການນຳພາຂອງຈິດໃຈແຫ່ງຄວາມເຫັນທີ່ເປັນເອກະພາບກັນອັນສຳຄັນຂອງປະມຸກລັດສອງປະເທດຈີນ-ອາເມຣິກາ, ໂດຍຜ່ານການເປິກສາຫາລືຂອງສອງຝ່າຍຈີນ-ອາເມຣິກາ, ທ່ານນາງຈາເນັດ ເຢເລັນ ລັດຖະມົນຕີກະຊວງການເງິນອາເມຣິກາຈະເດີນທາງມາຢ້ຽມຢາມຈີນແຕ່ວັນທີ 4-9ເມສານີ້.

 

ສາຍພົວພັນເສດຖະກິດຈີນ-ອາເມຣິກາແມ່ນຝັງເລິກຢູ່ກັບຜົນປະໂຫຍດຮ່ວມຂອງສອງປະເທດ, ທາດແທ້ແມ່ນຕ່າງຝ່າຍຕ່າງມີຜົນປະໂຫຍດ, ຫວັງວ່າອາເມຣິກາຈະກ້າວໄປສູ່ເປົ້າໝາຍດຽວກັນກັບຈີນ, ແກ້ໄຂຄວາມຂັດແຍ້ງຢ່າງເໝາະສົມ, ເຕົ້າໂຮມຄວາມຮັບຮູ້ທີ່ເປັນເອກະພາບກັນ, ລົງເລິກການຮ່ວມມື, ຊຸກຍູ້ໃຫ້ສາຍພົວພັນດ້ານເສດຖະກິດລະຫວ່າງຈີນ-ອາເມຣິກາພັດທະນາກ້າວໄປໜ້າຢ່າງໝັ້ນທ່ຽງ.