ອາເມຣິກາປະຕິບັດສອງມາດຕະຖານອີກແລ້ວ

2024-04-03 14:40:48 cri

ໃນບົດລາຍງານການປະເມີນກຳແພງການຄ້າປະຈຳປີ 2024 ທີ່ຫ້ອງການຜູ້ຕາງໜ້າການຄ້າອາເມຣິກາ ຫຼື USTR ເປີດເຜີຍໃນຫວ່າງມໍ່ໆມານີ້ ໄດ້ກ່າວຕຳໜິນະໂຍບາຍການຄ້າຂອງປະເທດຕ່າງໆ ເຊິ່ງລວມທັງຈີນ ດ້ວຍຂໍ້ອ້າງຕ່າງໆ ເພື່ອປິດບັງເລື່ອງຄວາມເປັນຈິງຂອງຕົນທີ່ໄດ້ສ້າງກຳແພງການຄ້າ ແລະ ທຳລາຍລັດທິການຄ້າຫຼາຍຝ່າຍເລື້ອຍໆ.


ໃນບົດລາຍງານປີນີ້, USTR ໄດ້ກ່າວຕຳໜິຈີນໃນຫຼາຍຂົງເຂດ, ເນື້ອໃນບໍ່ມີອັນໃໝ່ ແລະ ຂາດກໍລະນີລະອຽດຄືເກົ່າ. ຈົນເຖິງຂັ້ນສະພາບການດັ່ງກ່ວໄດ້ມີການປ່ຽນແປງໄປແລ້ວ, ແຕ່ຍັງບໍ່ມີມູນຄວາມຈິງແຕ່ປະການໃດເລີຍ. ໃນຊຸມປີຜ່ານມາ, ຈີນໄດ້ເສີມຂະຫຍາຍບົດບາດຕັດສິນຂອງຕະຫຼາດໃນການຈັດສັນຊັບພະຍາກອນ, ສົ່ງເສີມການແຂ່ງຂັນ, ຕ້ານການຜູກຂາດ ແລະ ເດັດດ່ຽວປົກປ້ອງລະບົບເສດຖະກິດການຄ້າສາກົນ. ກົງກັນຂ້າມ, ໂດຍພິຈາລະນາເຖິງຜົນປະໂຫຍດຂອງປະເທດຕົນ ອາເມຣິກາພັດໄດ້ທຳລາຍກະຕິກາການຄ້າຫຼາຍຝ່າຍເລື້ອຍໆ ດ້ວຍການປະຕິບັດມາດຕະການພາສີ, ການເກື້ອກູນລັກສະນະດູໝິ່ນ ແລະອື່ນໆ, ຄຸ້ມຄອງແລະຄວບຄຸມການສົ່ງອອກຕາມລຳພັງໃຈ ເຊິ່ງໄດ້ສ້າງກຳແພງການຄ້າຢ່າງຫຼວງຫຼາຍໃຫ້ແກ່ການຄ້າເສລີທົ່ວໂລກ.

ສິ່ງທີ່ໜ້າສົນໃຈນັ້ນກໍຄື: ບົດລາຍງານປີ 2024 ໄດ້ລຶບການຕີຄວາມໝາຍຕໍ່ກຳແພງການຄ້າ ທີ່ບໍ່ແມ່ນພາສີ ຫຼື ການຄ້າດີຈີຕອນ ທີ່ເຄີຍມີໃນບົດລາຍງານຂອງຫຼາຍປີຜ່ານມາອອກຈຳນວນໜຶ່ງ ເຊັ່ນ: “ກົດໝາຍຕະຫຼາດດີຈີຕອນ” ຂອງສະຫະພາບເອີຣົບ, ລັດຖະບານອິນໂດເນເຊຍແລະຫວຽດນາມຮຽກຮ້ອງໃຫ້ຮັກສາຕົວເລກຂໍ້ມູນຢູ່ປະເທດຕົນ, ອາກອນຂ່າວທາງອອນລາຍຂອງອົດສະຕຣາລີແລະການາດາ ແລະ ກົດໝາຍກົດລະບຽບອື່ນໆ ບໍ່ໄດ້ຖືກຈັດເຂົ້າໃນບັນຊີລາຍຊື່ກຳແພງການຄ້າອີກ. ໂດຍປະເຊີນໜ້າກັບຄວາມບໍ່ພໍໃຈຈາກສະພາການຄ້າອາເມຣິກາ ແລະ ສະມາຄົມຄອມພິວເຕີແລະອຸດສາຫະກຳໂທລະຄົມອາເມຣິກາ, USTR ອະທິບາຍວ່າ: ການປ່ຽນແປງແບບນີ້ແມ່ນພວກເຮົາເຄົາລົບທຸກລັດຖະບານ ເຊິ່ງລວມທັງລັດຖະບານອາເມຣິກາເອງໃນການບໍລິຫານງານເພື່ອສາທາລະນະປະໂຫຍດ ພ້ອມທັງດຳເນີນການຕິດຕາມຄຸ້ມຄອງບົນສິດທິອະທິປະໄຕ ດ້ວຍສາຍເຫດນະໂຍບາຍສາທາລະນະທີ່ຖືກຕ້ອງຕາມກົດໝາຍ.” ສະຫຼຸບແລ້ວເຫັນວ່າ, ອາເມຣິກາເອງກໍຈະເຮັດແນວນີ້ຄືກັນ!


ອາເມຣິກາໄດ້ສົ່ງເສີມການຄ້າເສລີ ແລະ ຕ້ານກຳແພງການຄ້າຢູ່ໃນຂອບເຂດທົ່ວໂລກມາໂດຍຕະຫຼອດ ໂດຍອີງໃສ່ທ່າແຮງເດັດຖານໃນດ້ານເສດຖະກິດດີຈີຕອນ ແລະ ອຸດສາຫະກຳຂໍ້ມູນຂ່າວສານຂອງຕົນ. ແຕ່ຄຽງຄູ່ກັບທົ່ວໂລກ ໂດຍສະເພາະແມ່ນຈີນໄດ້ພົ້ນເດັ່ນຂຶ້ນໃນຂົງເຂດເສດຖະກິດດີຈີຕອນ, ອາເມຣິກາມີຄວາມກັງວົນນັບມື້ນັບຫຼາຍຂຶ້ນ ແລະ ເລີ່ມດັດແປງນະໂຍບາຍຕໍ່ບັນຫາຄວາມໝັ້ນຄົງ ແລະ ບັນຫາອື່ນໆທີ່ເກີດຂຶ້ນຈາກເສດຖະກິດດີຈີຕອນຂອງປະເທດອື່ນຂະຫຍາຍຕົວເຂົ້າສູ່ອາເມຣິກາ ຫຼື ຕົວເລກຂໍ້ມູນໄຫຼອອກຈາກອາເມຣິກາ, ນີ້ເຮັດໃຫ້ອາເມຣິກາມີທ່າທີປ່ຽນແປງອັນໃຫຍ່ຫຼວງຕໍ່ນະໂຍບາຍການຄ້າເສດຖະກິດດີຈີຕອນໃນຊຸມປີຜ່ານມາ.


ດ້ານໜຶ່ງຈະຕັ້ງກຳແພງການຄ້າໃຫ້ປະເທດອື່ນ, ອີກດ້ານໜຶ່ງພັດຈົ່ມວ່າ: ປະເທດອື່ນມີກຳແພງການຄ້າ. ເປັນໄລຍະດົນນານມາແລ້ວ, ອາເມຣິກາໄດ້ປະຕິບັດສອງມາດຕະຖານເທື່ອແລ້ວເທື່ອອີກຢ່າງເປີດແປນ ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງຄວາມຄິດເຈົ້າອຳນາດແບບ “ຂ້ອຍເຮັດໄດ້ແຕ່ເຈົ້າເຮັດບໍ່ໄດ້” ຂອງອາເມຣິກາຢ່າງຈະແຈ້ງ.