ເປີດສັບປະດາແຟຊັນໂຊດອກໂບຕັ໋ນລົ້ວຢາງຈີນຄັ້ງທີ 5

2024-04-03 16:57:43 CRI


     ວັນທີ 1 ເມສານີ້, ສັບປະດາແຟຊັນໂຊດອກໂບຕັ໋ນລົ້ວຢາງຈີນຄັ້ງທີ 5 ໄດ້ໄຂຂຶ້ນຢູ່ນະຄອນລົ້ວຢາງ ແຂວງເຮີນານຈີນ ເຊິ່ງເປັນກິດຈະກຳສຳຄັນໃນງານວັດທະນະທຳໂບຕັ໋ນລົ້ວຢາງຈີນຄັ້ງທີ 41. ສັບປະດາແຟຊັນໂຊຄັ້ງນີ້ໄດ້ສະແດງໃຫ້ເຫັນສີສັນພິເສດ ສະເໜ່ດ້ານວັດທະນະທຳ ແລະຫົວຄິດປະດິດສ້າງຂອງນະຄອນລົ້ວຢາງ.



     ສັບປະດາແຟຊັນໂຊຄັ້ງນີ້ໄດ້ດຶງດູດນັກອອກແບບເຄື່ອງນຸ່ງແຟຊັນທັງພາຍໃນ ແລະຕ່າງປະເທດຜູ້ມີຊື່ສຽງຫຼາຍທ່ານເຂົ້າຮ່ວມ. ຜົນງານຂອງພວກທ່ານໄດ້ເຮັດໃຫ້ຄວາມງາມຂອງທຳມະຊາດກັບຄວາມງາມຂອງເຄື່ອງນຸ່ງແຟຊັນເຊື່ອມໂຍງເຂົ້າກັນ, ໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ຊົມທັງຫຼາຍ.




     ສັບປະດາແຟຊັນໂຊຄັ້ງນີ້ຍັງໄດ້ຄົ້ນຄວ້າການພົວພັນລະຫວ່າງເຄື່ອງນຸ່ງແຟຊັນກັບວັດທະນະທຳແລະຂະແໜງການຕ່າງໆ, ພ້ອມທັງໄດ້ຄົ້ນຄວ້າເສັ້ນທາງພັດທະນາແບບເຊື່ອມໂຍງເຂົ້າກັນລະຫວ່າງຂະແໜງການແຟຊັນກັບວັດທະນະທຳຕົວເມືອງ ເຊິ່ງເປັນການຊຸກຍູ້ການພັດທະນາຂອງຕົວເມືອງ.




     ການຈັດສັບປະດາແຟຊັນໂຊດອກໂບຕັ໋ນ ບໍ່ພຽງແຕ່ໄດ້ເພີ່ມພະລັງຊີວິດໃໝ່ໃຫ້ແກ່ຂະແໜງການແຟຊັນ ແລະຂະແໜງການວັດທະນະທຳຂອງນະຄອນລົ້ວຢາງເທົ່ານັ້ນ, ຍັງໄດ້ຍົກສູງຊື່ສຽງ ແລະບົດບາດຂອງນະຄອນລົ້ວຢາງໃນວົງການແຟຊັນຂອງໂລກ.