ຈຸດ “ສະຫວ່າງກະຈ່າງໃສ” : ໄວ້ອາໄລບັນພະບຸລຸດ ແລະ ທ່ຽວຊົມທິວທັດຂອງລະບູໃບໄມ້ປົ່ງ

2024-04-03 17:11:00 CRI

 

    ຈຸດ “ສະຫວ່າງກະຈ່າງໃສ” : ໄວ້ອາໄລບັນພະບຸລຸດ ແລະ ທ່ຽວຊົມທິວທັດຂອງລະບູໃບໄມ້ປົ່ງ  

    ວັນທີ 4 ເມສານີ້, ກົງກັບຈຸດ “ສະຫວ່າງກະຈ່າງໃສ” ເຊິ່ງເປັນໜຶ່ງໃນ 24 ຈຸດແບ່ງລະດູການຕາມປະຕິທິນຂອງຈີນ. “ສະຫວ່າງກະຈ່າງໃສ” ແມ່ນຈຸດແບ່ງລະດູການ, ທັງແມ່ນວັນບຸນ ຄື: ບຸນໄຫວ້ບັນພະບຸລຸດ, ຊາວຈີນຈະໄປອະນາໄມສຸສານ ແລະ ກາບໄຫວ້ບັນພະບຸລຸດ ພ້ອມທັງໄປທ່ຽວຊົມທິວທັດຂອງລະບູໃບໄມ້ປົ່ງ.  ພ້ອມກັນນັ້ນ, ຊາວຈີນຍັງຈະແຕ່ງອາຫານທີ່ມີເອກະລັກພິເສດໃນລະດູການນີ້ ຄື: ເຂົ້າໜົມ “ຊິ່ງທວນ”. ການກິນເຂົ້າໜົມ “ຊິ່ງທວນ” ໃນບຸນໄຫວ້ບັນພະບຸລຸດ ບໍ່ພຽງແຕ່ລະນຶກເຖິງບັນພະບຸລຸດເທົ່ານັ້ນ ຫາກຍັງມີຄວາມໝາຍຂອງການສືບທອດຊີວິດ, ປອງດອງກັນ ແລະ ເຕົ້າໂຮມກັນຢ່າງຄົບໜ້າຄົບຕາ.

    ນັກກະວີຊາວບູຮານຂອງຈີນໄດ້ແຕ່ງບົດກະວີຫຼາຍບົດເພື່ອພັນລະນາເຖິງບັນຍາກາດໃນ ຈຸດ “ສະຫວ່າງກະຈ່າງໃສ”, ມື້ນີ້, ພວກເຮົາໄດ້ນຳໃຊ້ເຕັກນິກປັນຍາປະດິດ ຫຼື AI ເພື່ອເຂົ້າສູ່ມື້ຈຸດ “ສະຫວ່າງກະຈ່າງໃສ” ໃນມູມມອງສາຍຕາຊາວບູຮານຈີນ.